ສາລະໜ້າຮູ້

ໜາດເລືອດ ຕົ້ມກັບນໍ້າອາບເປັນຢາບີບມົດລູກ ຮັກສາພະຍາດເບົາຫວານ ຊ່ວຍບໍາລຸງປະສາດ

ບັນຍາຍການນຳໃຊ້ປະໂຫຍດ:

– ຍອດອ່ອນມີຣົດມັນໃຊ້ຮັບປະທານເປັນຜັກສົດກັບແຈ່ວ, ລາບ, ສ່ວນໃບອ່ອນນໍາໄປລວກໃຊ້ຮັບປະທານກັບແຈ່ວ ຫຼື ໃສ່ແກງ.

– ດອກສາມາດນໍາໄປຍໍາຮວມກັບເນື້ອສັດຕ່າງໆໄດ້.

– ໃບເມື່ອນໍາມາຕາກໃຫ້ແຫ້ງຈະມີກິ່ນຫອມຄ້າຍກິ່ນນໍ້າເຜິ້ງ ໃຊ້ມາຕົມກັບນໍ້າດື່ມ ຫຼື ຊົງເປັນຊາຈະຊ່ວຍຫຼຸດນໍ້າໜັກໄດ້.

– ໃບສົດແກ່ນໍາມາຕໍາປະສົມກັບເກືອໃຊ້ກິນຮັກສາກິ່ນປາກ ແລະ ຊ່ວຍລະງັບກິ່ນຕົວ.

ສັບພະຄຸນ:

– ໃບນໍາມາຕົ້ມກັບນໍ້າອາບຈະຊ່ວຍບໍາລຸງປະສາດ.

– ທັງຕົ້ນນໍາມາຕົ້ມກິນເປັນຢາຮັກສາພະຍາດເບົາຫວານ, ສ່ວນໃບກໍ່ໃຊ້ຊົງດື່ມເປັນນໍ້າຊາກໍ່ມີສັບພະຄຸນຊ່ວຍຮັກສາພະຍາດເບົາຫວານໄດ້ເຊັ່ນກັນ.

– ໃບໃຊ້ຊົງດື່ມແທນນໍ້າເປັນຊາມີສັບພະຄຸນຊ່ວຍຫຼຸດຄວາມດັນເລືອດ.– ໃບ ແລະ ຮາກ ຊ່ວຍຮັກສາໄຂ້ ແລະ ຊ່ວຍຂັບເຫື່ອ.

– ໃບໃຊ້ຕົ້ມກັບນໍ້າອາບເປັນຢາບີບມົດລູກ.

– ໃບ ແລະ ຕົ້ນອ່ອນນໍາມາຕົ້ມກັບນໍ້າອາບຈະຊ່ວຍຮັກສາຫິດ ແລະ ຂີ້ກາກ.ຄຸນຄ່າທາງໂພສະນາການຂອງຍອດ ແລະ ໃບອ່ອນໝາດເລືອດ ຕໍ່ 100 ກຼາມ.

– ພະລັງງານ 42 ແຄລໍຣີ

– ຄາໂບໄຮເດດ 9.4 ກຼາມ

– ໂປຼຕີນ 1.8 ກຼາມ

– ໄຂມັນ 0.5 ກຼາມ

– ນໍ້າ 86.0 ກຼາມ

– ວິຕາມິນເອ 3,983 ໜ່ວຍສາກົນ

– ວິຕາມິນບີ 1 0.02 ມິນລີກຼາມ

– ວິຕາມິນຊີ 30 ມິນລີກຼາມ

– ທາດເຫຼັກ 5.6 ມິນລີກຼາມ

– ທາດຟອດຟໍຣັດ 49 ມິນລີກຼາມ

– ທາດແຄວຊຽມ 256 ມິນລີກຼາມ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button