ຂ່າວຕ່າງປະເທດ

ສະຫາຍ ຫງວຽນຝູຈ້ອງ ໄດ້ຮັບເລືອກໃຫ້ເປັນເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ອີກວາລະໜຶ່ງ

ກອງປະຊຸມໃຫຍ່ຄະນະຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ດໍາເນີນມາເປັນມື້ທີ 7, ວັນທີ 30 ມັງກອນ, ຜູ້ແທນ 1.587 ສະຫາຍ ເຂົ້າຮ່ວມກອງປະຊຸມ ໄດ້ປ່ອນບັດເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ XIII ລວມມີ 200 ສະຫາຍ. ໃນນັ້ນກໍາມະການສົມບູນສູນກາງພັກ 180 ສະຫາຍ ແລະ ກໍາມະການສໍາຮອງສູນກາງພັກ 20 ສະຫາຍ.

ວັນທີ 31 ມັງກອນນີ, ກອງປະຊຸມຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລືກ ເພື່ອເລືອກຕັ້ງກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາທິການ, ຄະນະກວດກາສູນກາງພັກ ຫົວໜ້າຄະນະກວດກາສູນກາງພັກ. ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ປະທານປະເທດ, ໄດ້ຮັບເລືອກຕັ້ງໃຫ້ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກວາລະໜຶ່ງ.

1. ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ປະທານປະເທດ.

2. ສະຫາຍ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ

3. ສະຫາຍ ຟ້າມມິງຈິງ ຫົວໜ້າຄະນະຈັດຕັ້ງສູນກາງ

4. ສະຫາຍ ເວືອງດິ້ງເວ້ ເລຂາພັກນະຄອນຫຼວງ, ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດສະໃໝທີ XIV ນະຄອນຫຼວງຮ່າໂນ້ຍ

5. ສະຫາຍ ເຈິ່ນຕວັນແອັງ ລັດຖະມົນຕີກະຊວງການຄ້າ

6. ສະຫາຍ ຫງວຽນຮ່ວາບິ່ງ ຫົວໜ້າສານປະຊາຊົນສູງສຸດ

7. ສະຫາຍ ເລືອງເກື່ອງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ

8. ສະຫາຍ ດິງຕຽນຢຸງ ລັດຖະມົນຕີກະຊວງການເງິນ

9. ສະຫາຍ ຟານວັນຢາງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ

10. ສະຫາຍ ໂຕເລີມ ລັດຖະມົນຕີກະຊວງຕໍາຫຼວດ

11. ສະຫາຍ ນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍສູນກາງ

12. ສະຫາຍ ເຈິ່ນແທັງເໝີນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ

13. ສະຫາຍ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ

14. ສະຫາຍ ຫງວຽນວັນເນນ ເລຂາພັກນະຄອນໂຮ່ຈິມິນ

15. ສະຫາຍ ຫງວຽນຊວັນຖັງ ຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດໂຮ່ຈິມິນ

16. ສະຫາຍ ຫວໍວັນເຖື້ອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ

17. ສະຫາຍ ຟ້ານດິ່ງຈາກ ຫົວໜ້າຄະນະວຽກງານພາຍໃນສູນກາງ

18. ສະຫາຍ ເຈິ່ນເກື້ມຕູ ປະທານຄະນະກວດກາສູນກາງ

ເລຂາທິການສູນກາງຊຸດທີ XIII ຊຶ່ງລວມມີສະຫາຍກໍາມະການກົມການເມືອງຈໍານວນໜຶ່ງ ຊຶ່ງກົມການເມືອງສະເໜີໃຫ້ເຂົ້າຮ່ວມໃນຄະນະເລຂາທິການ ແລະ 5 ສະຫາຍ ທີ່ໄດ້ຮັບເລືອກຕັ້ງໃນກອງປະຊຸມຄັ້ງປະຖົມມະລືກຄະນະບໍລິຫານງານສູນກາງຊຸດທີ່ XIII ດັ່ງນີ້;

1. ສະຫາຍ ໂດ້ວັນຈຽນ ລັດຖະມົນຕີ, ຫົວໜ້າຄະນະກໍາມາທິການຊົນເຜົ່າ

2. ສະຫາຍ ນາງ ບຸ່ຍທິມິງຮວ່າຍ ຮອງຫົວໜ້າຄະນະປະຈໍາຄະນະກວດກາສູນກາງ

3. ສະຫາຍ ເລມິງຮຶງ ຫົວໜ້າຫ້ອງວ່າການສູນກາງພັກ

4. ສະຫາຍ ເລມິງຂາຍ ຫົວໜ້າກວດສອບລັດຖະບານ

5. ຫງວຽນຈ້ອງເຫງຍ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ

ຄະນະກວດກາສູນກາງປະກອບມີ 19 ສະຫາຍ ແລະ ສະຫາຍ ເຈິ່ນເກື້ມຕູ ສືບຕໍ່ໄດ້ຮັບເລືອກຕັ້ງໃຫ້ເປັນຫົວໜ້າຄະນະກວດກາສູນກາງຊຸດທີ XIII ອີກສະໄໝໜຶ່ງ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button