ສາລະໜ້າຮູ້

ໝາກຂຽບຝຣັ່ງ ມີສັບພະຄຸນຕ້ານມະເຮັງ ແລະ ຮັກສາໂລກ​ກະເພາະອັກເສບ​ໄດ້​ດີ​

+ ສຳຫລັບສັບພະຄຸນໃບຫມາກຂຽບຝລັ່ງມີດັ່ງນີ້:

ປ້ອງກັນ ແລະ ຂ້າເຊລມະເຮັງ

ຊ່ວຍຮັກສາໂຣກກະເພາະລໍາໄສ້ອັກເສບໃດ້ດີ

ຊ່ວຍຮັກສາອາການໂລກນອນບໍ່ຫລັບ

ໃຊ້ເປັນຢາຂ້າພະຍາດໃນລະບົບທາງເດີນອາຫານ

ຕ້ານເຊື້ອ ແລະ ຫລຸດຜ່ອນອາການອັກເສບໄດ້ດີ

ຫຼຸດຄວາມດັນ ຫຼຸດນໍ້າຕານໃນເລືອດ (ໂລກເບົາຫວານ)

ກິນເຂົ້າແຊບ ຊ່ວຍໃຫ້ຈະເລີນອາຫານ

ເສີມສ້າງພູມຄຸ້ມກັນໃຫ້ຮ່າງກາຍ

ຊ່ວຍຮັກສາອາການຫອບຫືດ.

ຫມາກຂຽບຝລັ່ງ ຫລື ຫມາກຄັນທະລົດ ນອກຈາກຈະຕ້ານເຊລມະເຮັງໄດ້ດີແລ້ວ ຍັງອອກລິດຕ້ານເຊື້ອ ຫລື ຫລຸດຜ່ອນອາການໂລກກະເພາະລໍາໄສ້ອັກເສບໄດ້ດີອີກດ້ວຍ.

ສໍາຫລັບໃຜທີ່ເຄີຍກິນ ຫລື ໃຊ້ໃບຫມາກຂຽບຝລັ່ງມາກ່ອນແລ້ວຈະຮູ້ດີຢູ່ແລ້ວເຖິງສັບພະຄຸນໃນການຕ້ານເຊລມະເຮັງ ແລະ ການຕ້ານການອັກເສບທົ່ວໄປຂອງພືດສະນິດນີ້ ແຕ່ສໍາຫລັບໃຜທີ່ຍັງບໍ່ຮູ້ມື້ນີ້ແອດມິນຈະມາເວົ້າເຖິງສັບພະຄຸນທາງຢາ ແລະ ຄວາມສາມາດໃນການຮັກສາອາການໂລກກະເພາະລໍາໄສ້ອັກເສບຊໍາເຮື້ອ ຫລື ຄົນທີ່ເປັນໂລກນີ້ມາແລ້ວຫລາຍປີບໍ່ຫາຍຂາດຈັກເທື່ອ

ກ່ອນອື່ນຫມົດຖ້າໃຜທີ່ຕິດຕາມຂ່າວສານຈາກແອດມິນມາແລ້ວ ຫລື ເຄີຍກິນນໍ້າຕົ້ມໃບຫມາກຂຽບຝລັ່ງຈະຮູ້ວ່າພືດສະນິດນີ້ອອກລິດໃນການຕ້ານເຊື້ອ ແລະ ຫລຸດຜ່ອນອາການອັກເສບພາຍໃນໄດ້ດີ ລວມທັງໄດ້ມີການນໍາໃຊກັບຜູ້ປ່ວຍໂລກພະຍາດມະເຮັງລໍາໄສ້ໃນແບບແພດແຜນບູຮານ ຫລື ສະຫມຸນໄພຢ່າງກ້ວາງຂວາງນໍາອີກ

ແຕ່ເນື່ອງຈາກທີ່ມັນເປັນພືດຕະກູນ(ແອນໂນນາຊຽດສ annonaceous) ສານແອນໂນນາຊຽດສ ເປັນທີ່ຮູ້ກັນດີໃນວົງການແພດການຢາເຖິງຄວາມສາມາດໃນການຕ້ານການອັກເສບ ຕ້ານເຊື້ອ ແລະ ຍັບຍັ້ງເຊລມະເຮັງໃຫ້ຢຸດສະງັກ.

(ສານແອນໂນນາຊຽດສ annonaceous ອາດມີຜົນຕໍ່ລະບົບປະສາດ ຖ້າໄດ້ຮັບໃນປະລິມານທີ່ເຂັ້ມຂົ້ນສູງເກີນໄປ ຖ້າຈະໃຊ້ດື່ມເປັນປະຈໍາແນະນໍາວ່າບໍ່ຄວນຕົ້ມດື່ມຈາກໃບສົດ ຄວນໃຊ້ເປັນໃບແຫ້ງດີທີ່ສຸດ ເນື່ອງຈາກຄວາມເຂັ້ມຂົ້ນສູງເກີນໄປຂອງໃບສົດນັ້ນເອງ) ນອກຈາກຄວາມສາມາດຕ້ານເຊລມະເຮັງໄດ້ດີແລ້ວ ແນ່ນອນວ່າການຕ້ານການອັກເສບທົ່ວໄປໃນລະບົບທາງເດີນອາຫານນັ້ນກໍ່ເປັນເລື່ອງງ່າຍ ເພາະໂຕສະຫມຸນໄພຈະລົງໄປ

ໃນລະບົບທາງເດີນອາຫານ ຫລື ກະເພາະລໍາໄສ້ໂດຍຕົງ ເຮັດໃຫ້ຫລາຍຄົນທີ່ປ່ວຍໂລກນີ້ຢູ່ ຫລື ຄົນທີ່ເປັນມະເຮັງໃນລໍາໄສ້ຮູ້ສຶກໄດ້ທັນທີຫລັງຈາກດື່ມ ແຕກຕ່າງຈາກໂລກອື່ນໆ ຫລື ມະເຮັງສະນິດອື່ນທີ່ຕ້ອງອາໄສເວລາຢູ່ພໍສົມຄວນໃຫ້ຢາກະຈາຍໄປໃນແຕ່ລະສ່ວນຂອງຮ່າງກາຍກ່ອນອື່ນຫມົດທີ່ຈະຮັກສາໂລກນີ້ໄດ້ເຮົາຕ້ອງຫຍຸດກິນອາຫານທີ່ໄປກະຕຸ້ນການອັກເສບ ຫລື ອາຫານທີ່ເປັນສາເຫດຂອງໂລກກະເພາະດັ່ງກ່າວເຊັ່ນ:

ອາຫານທີ່ເປັນເນື້ອສັດມີໄຂມັນຫລາຍໆ ອາຫານປິ້ງຢ້າງທຸກສະນິດ ອາຫານຫມັກດອງ ອາຫານທີ່ມີລົດເຜັດຫລາຍໆອາຫານທີ່ປົນເປື້ອນສານພິດ ເຊັ່ນ: ສີປະສົມອາຫານ ສານກັນບູດກັນເສຍທຸກສະນິດ ເຄື່ອງດື່ມທີ່ມີທາດເຫລົ້າ ຫລື ສຸລາທຸກສະນິດ ອາຫານເຫລົ່ານີ້ແອດມິນຄິດວ່າຄົນທີ່ປ່ວຍໂລກກະເພາະລໍາໄສ້ຢູ່ແລ້ວຫນ້າຈະຮູ້ດີວ່າກິນບໍ່ໄດ້ເພາະຫລາຍຄົນຄືຈະຮູ້ກັນດີວ່າຖ້າກິນອາຫານຈໍາພວກນີ້ລົງໄປອາການທີ່ອອກມາຈະຊັດເຈນເຊັ່ນ :ເຈັບທ້ອງຖ່າຍໃນທັນທີ ຫລື ອາດມີອາການເຈັບຕຶງໆ ຄືໄສ້ຈະຂາດ (ໃນຄົນທີ່ເປັນຫນັກ)

ຖ່າຍເປັນກ້ອນໆ ຖ່າຍລໍາບາກ ຖ່າຍມີມູກ ຫລື ເມືອກ ຖ່າຍມີເລືອດອອກ ຫລື ອາດຮຸນແຮງເຖິງຂັ້ນເປັນມະເຮັງລໍາໄສ້ໄດ້ ຖ້າບໍ່ປ່ຽນພຶດຕິກຳການກິນ ສ່ວນອາຫານທີ່ຜູ້ປ່ວຍລໍາໄສ້ອັກເສບ ຫລື ມະເຮັງລໍາໄສ້ ຄວນກິນໃນຊ່ວງທີ່ກຳລັງປິ່ນປົວກໍຄື:

ອາຫານສົດສະອາດທີ່ຫາໃດ້ຈາກທໍາມະຊາດປາສະຈາກສານເຄມີ ເຊັ່ນ: ພືດຜັກຫມາກໄມ້ທຸກສະນິດ ຖົ່ວເຫລືອງ ຫລື ເຕົ້າຫູ່ສາມາດໃຫ້ພະລັງງານແທນເນື້ອສັດໄດ້ສໍາຫລັບຄົນທີ່ຄິດຈະເຊົາກິນຊີ້ນໃນຊ່ວງນີ້ ຫລືກິນເຈເພື່ອສຸກຂະພາບ ຊີ້ນປາ ແອດມິນແນະນໍາໃຫ້ກິນປາ ຫລື ເຕົ້າຫູ່ແທນການກິນຊີ້ນດີທີ່ສຸດເນື່ອງຈາກຊີ້ນປາບໍ່ມີກົດໄຂມັນທີ່ເປັນພິດຕໍ່ການອັກເສບ ແລະ ຍ່ອຍງ່າຍກວ່າຊີ້ນຫລາຍເທົ່າ ລວມທັງຍັງໃຫ້ພະລັງງານໄດ້ພໍໆກັບຊີ້ນ ແຕ່ແນະນໍາວ່າໃຫ້ກິນເປັນປາທໍາມະຊາດ ຫລື ປານາ ປາແມ່ນໍ້າແທນປາທີ່ລ້ຽງດ້ວຍຫົວອາຫານເທົ່ານັ້ນ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button