ເລື່ອງໜຶ່ງທີ່ເປັນບົດຄວາມທີ່ດີ ການຮຽນຈົບສູງໆ ມັນກໍດີ ແຕ່ການທີ່ເຮົາຮຽນບໍ່ຈົບ ຫຼື ບໍ່ຈົບສູງມັນກໍບໍ່ແມ່ນໂຕຕັດສິນວ່າເຮົາຈະບໍ່ມີອານາຄົດ
ຢ່າງເລື່ອງຈາກປະເທດເພື່ອນບ້ານທີ່ ຈາກເດັກຮຽນບໍ່ໄດ້ເລື່ອງຈົບພຽງ ມ6 ຖືກຫມູ່ຢຽບຢາມ ສູ່ການເປັນໜຸ່ມກະເສດ, ກະສິກຳ ສ້າງລາຍໄດ້ 5 ໝື່ນບາດ/ເດືອນ ປະມານ 15 ລ້ານກີບປັດຈຸບັນ… ມັນບໍ່ທຳມະດາໃດ ເງິນເດືອນເດືອນລະ 15 ລ້ານກີບ

ເປັນອີກຫນຶ່ງເລື່ອງລາວ ທີ່ຫນ້າຍິນດີນຳຫລາຍ ທີ່ທີ່ບໍ່ທຳມະດາແທ້ໆ ຂອງເດັກນ້ອຍທີ່ຮຽນບໍ່ເກັ່ງ ແຕ່ມີຄວາມມຸ່ງຫມັ້ນ ແລະຕັ້ງໃຈຮຽນຮູ້ໃນດ້ານອື່ນ ສຳຫລັບ ເດັກຄົນນີ້ຊື່ວ່າ“ຈຸລະເທບ ບຸນຍະກອນຊະນົກ” ຫລືນ້ອງຫຍົກ ເດັກຫນຸ່ມໄວ 18 ປີ ນັກຮຽນມັດຖະຍົມສຶກສາປີທີ່ 6 ທີ່ມີປົມດ້ອຍໃນຊີວິດ ຄືຮຽນບໍ່ເກັ່ງ ໄດ້ຄະແນະສະເລ່ຍ 1, ປາຍໆຕະຫລອດ ຖຶກຫມູ່ເພື່ອນອ້ອມຂ້າງ ແລະ ເພື່ອນຂ້າງເຮືອນຕຳນິຢູ່ຕະຫລອດ ວ່າມີຄວາມຮູ້ຫນ້ອຍດຽວຈະເຮັດຫຍັງກິນໄດ້ ຈະຫາເງິນດູແລຕົວເອງຫລ້ອນບໍ່

ໂດຍນ້ອງຫຍົກໄດ້ບອກວ່າຕົນເອງເກີດໃນຄອບຄົວທຳມະດາ ພໍ່ເປັນຊາວສວນ ປູກຜັກເອງ ປູກແຕ່ສະເພາະຜັກພຶ້ນບ້ານເພື່ອໄວ້ປະທັນຊີວິດພຽນເທົ່ານັ້ນ ຕອນຢູ່ ປໍ1 ເລີ່ມເຂົ້າມາຊ່ວຍພໍ່ປູກຜັກ ເຮັດປຸ໋ຍ ກໍເລີ່ມຮຽນຮູ້ສະສົມປະສົບການຕ່າງໆມາຈາກພໍ່ນຳພໍ່ນ້ອງຫຍົກ ເລີ່ມອາຊີບກະເສດຕະກອນປີ ພສ 2547 ສະນັ້ນຫຍົກຈຶ່ງມົກຫມຸ້ນຢູ່ກັບວິຖີຊີວິດສາວສວນມາຕັ້ງແຕ່ຍັງນ້ອຍໆ ສະສົມປະສົບການ ການປູກຜັກ ເຮັດປຸ໋ຍ ລວມທັງແບບຕັ້ງໃຈ ແລະ ກໍຕັ້ງໃຈເຮັດມາເລື່ອຍໆ ຈົນໄດ້ມາເລີ່ມລົງມືປະຕີບັດຕົວຈິງໃນປີ 2558

ຈາກຄວາມກົດດັນ ເດັກຫນຸ່ມຄົນນີ້ດ້ປ່ຽນໃຫ້ມັນກາຍມາເປັນແຮງສຸກຍູ້ໃຫ້ຕົນເອງຄົ້ນພົບໃນສິ່ງທີ່ຕົນເອງຖະນັດຈົນໄດ້ ນັ້ນຄືການເປັນກະເສດຕະກອນຕາມຮອຍພໍ່ ແຕ່ໄດ້ເພີ່ມໄອເດຍເດັກຮຸ່ນໃຫມ່ແຫວກແນວ ຄຶດຫາວິທີໃຫມ່ໃສ່ການຕະຫລາດດ້ວຍການເປີດເຟຼດບຸກໃຊ້ຊື່ “ມັງກອນຫຍົກ ຄຸນຊາຍຜັກສະລັດ” ລ່າສຸດຟີດແບກດີຫລາຍເກີນຄາດ ເປີດສູນຮຽນຮູ້ການປູກຜັກສະລັດ ຮັບຫນ້າທີ່ເປັນຜູ້ສິດສອນທຸກໆຂັ້ນຕອນໃຫ້ແກ່ບັນດາຜູ້ທີ່ສົນໃຈ

ນ້ອງຫຍົກໄດ້ປ່ຽນຄຳນິນທາຂອງຄົນຮອບຂ້າງໃຫ້ກາຍເປັນແຮງຊຸກຍູ້ໃນການພັດທະນາຕົນເອງຈົນໄດ້ດີ ສາເຫດທີ່ຫຍົກຫັນມາສົນໃຈເຮັດກະຊິກຳ ນ້ອງໄດ້ບອກວ່າ ສ່ວນຫນຶ່ງເກີດມາຈາກການດູຖຶກດູມິ່ນຂອງຄົນຮອບຂ້າງ ທີ່ມັກຕຳນິວ່າ ຮຽນຫນັງສືບໍ່ເກັ່ງ ຮຽນບໍ່ເປັນຕາແດກ ຊ່ວງທຳອິດກໍຫມົດຫວັງບໍ່ຢາກເຮັດ ແຕ່ເມື່ອຢູ່ບ້ານໄປດົນໆ ເລີຍເລີ່ມສົນໃຈການປູກຜັກ ແລະເຂົ້າມາເຮັດຊ່ວຍພໍ່ໃນທຸກຂັ້ນຕອນ

ບໍ່ແມ່ນແຕ່ຕາມຮອຍພໍ່ເທົ່ານັ້ນ ຫຍົກຍັງສ້າງຄວາມແຕກຕ່າງໂດຍເລືອກທີ່ຈະປູກແຕ່ຜັກສະລັດແທນຜັກພື້ນບ້ານ ປັບພື່ນທີ່ໃຫ້ເປັນກະເສດຕະກອນອິນຊີ ຫລື ອໍແກນນິກ ຄືການປູກພຶດທີ່ບໍ່ໃຊ້ສານເຄມີ ຕັ້ງເປົ້າພາຍໃນປີ 2559 ພື້ນທີ່ປູກຕ້ອງໄດ້ກ້າໃບຮອງຮັບ organic thailand ຫລື ລະບົບການຮອງຮັບໄດ້ມາດຕະຖານການຜະລິດພືດອິນຊີ ຈາກກົມວິຊາການກະເສດຕະກອນ ເພື່ອຍົກລະດັບການຜະລິດເປັນທີ່ຍອມຮັບ