ຂ່າວທົ່ວໄປ

ຮ່ອງຮອຍແຫຼ່ງອະລິຍະທໍາບູຮານວິທະຍາ ທີ່ມີອາຍຸປະມານ 4.500 – 6.000 ປີກ່ອນ ຄສ ຢູ່ທີ່ບ້ານ ນ້ໍາປະເຄນ ເມືອງວິລະບູລີ ແຂວງສະຫວັນນະເຂດ

ໄປເບິ່ງຮ່ອງຮອຍແຫຼ່ງອະລິຍະທໍາບູຮານວິທະຍາ ທີ່ມີອາຍຸປະມານ 4.500 – 6.000 ປີກ່ອນ ຄສ ຢູ່ທີ່ບ້ານ ນ້ໍາປະເຄນ ເມືອງວິລະບູລີ ແຂວງສະຫວັນນະເຂດ !ໃນຕອນບ່າຍຂອງວັນທີ 29 ມັງກອນ 2021 ຜ່ານມານີ້ ທ່ານ ປອ ຄໍາເຜີຍ ຜັນທະຈອນ ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ທ່ານ ນາງ ດາວວອນ ໄຊສຸລຽນ

ກໍາມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ມີທ່ານປະທານສະຫະພັນແມ່ຍິງແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພະແນກການອ້ອມຂ້າງແຂວງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງ ວິລະບູລີ ແຂວງສະຫວັນນະເຂດ ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ວິລະບູລີ ພ້ອມດ້ວຍຄະນະ.

ໃນໂອກາດທີ່ມາເຄື່ອນໄຫວວຽກງານໃນຄັ້ງນີ້ທ່ານ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະທີມງານ ກໍ່ໄດ້ລົງໄປເບິ່ງຮ່ອງຮອຍແຫຼ່ງອະລິຍະທໍາບູຮານວິທະຍາ ທີ່ມີອາຍຸປະມານ 4.500 – 6.000 ປີກ່ອນ ຄສ ຢູ່ທີ່ບ້ານ ນ້ໍາປະເຄນ ເຊິ່ງວ່າສະຖານທີ່ດັ່ງກ່າວແມ່ນໄດ້ຮັບການສໍາຫຼວດ ແລະ ຂຸດຄົ້ນຂອງກົມມໍລະດົກ ກະຊວງ ຖວທ

ໃນລະຫວ່າງວັນທີ 9 – 25 ມັງກອນ 2021 ຜ່ານມານີ້ ເປັນສະຖານທີ່ ທີ່ມີຄວາມໝາຍ ແລະ ຄວາມສໍາຄັນເປັນຢ່າງຍິ່ງໃນການຄົ້ນພົບຂໍ້ມູນຫຼັກຖານ ທາງດ້ານບູຮານວິທະຍາ; ປະຫັວດສາດ; ວັດທະນະທໍາ ທີ່ເປັນແຫຼ່ງຜະລິດເຄື່ອງມືຫີນ ( ຂວານຫີນຂັດ ) ຫຼື

ຍຸກຫີນຂັດ ເຊິ່ງເປັນໄລຍະສຸດທ້າຍຂອງການນໍາໃຊ້ເຄື່ອງມືຫີນໃນຍຸກຫີນ ມີຄວາມເກົ່າແກ່ ປະມານ 4,500 ປີກ່ອນ ຄສ ຫຼື ປະມານ 6,000ປີ ກ່ອນໜ້ານີ້. ໃນຍຸກນີ້ ຖືວ່າເປັນຍຸກທີ່ສັງຄົມມະນຸດໄດ້ມີການພັດທະນາ ທາງດ້ານມັນສະໝອງກໍຄືທາງດ້ານເທັກນິກໃນການຜະລິດເຄື່ອງມື ໃຫ້ແທດເໝາະກັບຄວາມຕ້ອງການຂອງໜ້າວຽກ, ກ້າວ

ເຂົ້າສູ່ຍຸກກະສິກໍາ ຮູ້ປູກຝັງລ້ຽງສັດ ກ່ອນການກ້າວເຂົ້າສູ່ຍຸກການຮູ້ຄົ້ນພົບ ແລະ ຮູ້ນໍາໃຊ້ແຮ່ທາດ ຫຼືທີ່ເຮົາເອິ້ນວ່າຍຸກໂລຫະ ມາຖະຫລຸງຜະລິດເປັນເຄື່ອງມືອຸປະກອນ ທີ່ມີ

ຄວາມແຂງແກ່ນ ໝັ້ນໜຽວ ທົນທານ ແລະ ທັນສະໄໝ ເປັນຍຸກທີ່ກ້າວເຂົ້າສູ່ ອຸດສະຫະກໍາ ແລະ ຄວາມກ້າວໜ້າທາງເທັກໂນໂລຍີ, ເລີ່ມມີການຕິດຕໍ່ພົວພັນແລກ-

ປ່ຽນ, ຊື້-ຂາຍ ເກີດຂື້ນຂອງບັນດາຊຸມຊົນທີ່ຢູ່ໃກ້ຄຽງ,ຫ່າງໄກ ແລະ ຕ່າງຊາດ, ບັນດາຮ່ອງຮອຍ ດັ່ງກ່າວນັ້ນໄດ້ເປັນຂໍ້ມູນ ແລະ ຫຼັກຖານຢັ້ງຢືນເຖິງການລິເລີ່ມ ໂດຍມີການພັດທະນາຢ່າງຕໍ່ເນື່ອງ ຂອງສັງຄົມມະນຸດ ແລະ ຄາດວ່າເປັນບັນພະບູລຸດຂອງເຜົ່າລາວຜູ່ໄທ ເຊໂປນ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button