ສາລະໜ້າຮູ້

ວິທີເຮັດ ແຈ່ວປາບ້ຳ ຊຳເໝືອ

ແຈ່ວປາບ້ຳ ຈະໃຊ້ໝາກມາດເປັນສ່ວນປະສົມ ເຊິ່ງເປັນເອກະລັກ ແລະ ອາຫານຂຶ້ນຊື່ຂອງເມືອງຊຳເໜືອ ແຂວງຫົວພັນ ທາງພາກເໜືອຂອງປະເທດລາວ

ການກະກຽມ 

•  ໝາກເຜັດໃຫ່ຍ 3 ກິໂລ. ຂົ້ວໃສ່ໝໍ້ຂາງໃຫ້ຫອມພໍດີ 

•  ເອົາປາແດກປາແຝກສົດໃຫ້ໄດ້ 1 ກິໂລ 

•  ໝາກມາດດິບ 0.5 ຂີດ ແລະ ຫົວຜັກທຽມ 0.5 ຂີດ

ຈາກນັ້ນ ໃຫ້ນຳເອົາຄົກມາຕຳເຄື່ອງປະກອບໃຫ້ມຸ່ນ. ສະເພາະເກືອແມ່ນບໍ່ໃຫ້ໃສ່ ມີຢູ່ນຳປາແດກແລ້ວ.

ການປຸງແຕ່ງ 

1.  ໃຫ້ເອົາເຄື່ອງປຸງມາຖອກໃສ່ຊາມ 

2.  ເອົາປາແດກປາແຝກ ທີ່ກຽມໄວ້ 1 ກິໂລໃສ່ 

3.  ຄົນໃຫ້ເຄື່ອງປຸງ ແລະ ປາແດກເຂົ້າກັນເທົ່ານີ້ກໍເປັນອັນແລ້ວ

ການຮັກສາໄວ້ກິນຍາວນານ. ເອົາໃສ່ກ່ອງແກ້ວອັດຝາໃຫ້ແຈບດີ ແລະ ໃສ່ຖົງງຢາງແລ້ວປິດບໍ່ໃຫ້ລົມເຂົ້າ ເທົ່ານີ້ກໍຮັກສາໄວ້ດົນນານ (ສະເພາະໃສ່ໝາກມາດເຮັດໃຫ້ແຈ່ວຫອມ ແລະ ເປັນການຂ້າເຊື້ອພະຍາດ ໄດ້ຮັບການຢັ້ງຢືນຈາກ ອົງການອາຫານ ແລະ ຢາ). ຂໍ້ມູນເພີ່ມເຕີ່ມຈາກ ປຶ້ມອາຫານ ບ້ານເຮົາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button