#ສວຍງາມທີ່ສຸດໃນປະເທດລາວ !!!ຖ້ຳຜາກ້າຕັ້ງຢູ່ບ້ານນໍ້າເຟືອງ, ເມືອງ ແມດ ແຂວງວຽງຈັນ ມີຄວາມສູງ 120 ແມັດ, ກ້ວາງ 400 ເເມັດ ແລະ ຍາວ 8 ກິໂລແມັດ.


ໃນໄລຍະຜ່ານມາ ໄດ້ມີ ຊ່ຽວຊານຍີ່ປຸ່ນຮ່ວມກັບພະນັກງານຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງແມດ ແຂວງ ວຽງຈັນ ໄດ້ໃຊ້ເວລາປີກວ່າໃນການ ລົງສຳຫຼວດຖໍ້າຜາກ້າທີ່ຕັ້ງຢູ່ບ້ານ ນໍ້າເຟືອງ ແລະ ເຊື່ອວ່າຖ້ຳດັ່ງກ່າວອາດ ຈະເປັນຖ້ຳທີ່ໃຫຍ່ທີ່ສຸດໃນປະເທດ ລາວ.


ຖໍ້າຜາກ້າຢູ່ຫ່າງຈາກເທດສະບານ ເມືອງແມດປະມານ 12 ກິໂລແມັດ ແລະ ຕ້ອງໄດ້ຂີ່ເຮືອຂ້າມແມ່ນໍ້າເຟືອງ ໄປປະມານ 33 ກິໂລແມັດ ເພື່ອໄປ ຫາຖໍ້າດັ່ງກ່າວ.

