ຂ່າວທົ່ວໄປ
ເຫດລົດໃຫຍ່ຢຽບຄົນນອນ ເສຍຊີວິດ 1 ຄົນ(ປະກາດຫາຍາດພີ່ນ້ອງ)

ໃນວັນທີ 1/2/2021 ເວລາ 20:27 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີອຸບັດຕິເຫດລົດໃຫຍ່ຢຽບຄົນນອນຢູ່ກາງທາງ ຢູ່ບ້ານ ຂົວຫຼວງໃຕ້ ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບເປັນ 1 ຄົນ ເປັນເພດຊາຍ (ບໍ່ຊາບຂໍ້ມູນຂອງຜູ້ເສຍຊີວິດ) ເຊິ່ງມີອາການກະທົບກະດູກຂ້າງຢ່າງຮຸນແຮງ, ໝົດສະຕິ, ບໍ່ຫາຍໃຈ ແລະ ມີບາດແຜຕາມຕົນຕົວ.ດັ່ງນັ້ນ, ພວກເຮົາຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວຮີບນຳສົ່ງໂຮງໝໍມະໂຫສົດໂດຍດ່ວນ ແຕ່ກໍເສຍຊີວິດໃນເວລາຕໍ່ມາ.


ທາງໜ່ວຍກູ້ໄພນະຄອນຫຼວງ ຂໍສະແດງຄວາມເສຍໃຈມາຍັງເຫດການໃນຄັ້ງນີ້ດ້ວຍ ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
