ເຕືອນໄພ
ໂຫ່ຂອງກິນທຸກມື້ໄດ໋ນີ…!!! ກວດພົບສານເຄມີຕົກຄ້າງຢູ່ໃນພືດ-ຜັກ ແລະ ໝາກໄມ້ ຢູ່ທີ່ຕະຫຼາດລາວ-ອົດຊີ

ສູນປ້ອງກັນພືດສາລາຄໍາ ກົມປູກຝັງ ກະຊວງກະສິກໍາແລະປ່າໄມ້ແຈ້ງໃຫ້ຮູ້ວ່າ:

ໄດ້ກວດພົບສານເຄມີຕົກຄ້າງຢູ່ໃນພືດ-ຜັກ ແລະ ໝາກໄມ້ ຢູ່ທີ່ຕະຫຼາດລາວ-ອົດຊີ ໂດຍໄດ້ເກັບກໍາເອົາ 15 ຕົວຢ່າງ ມາກວດຊຶ່ງພົບວ່າມີສານເຄມີຕົກຄ້າງແຕ່ມີປະລິມານໜ້ອຍຢູ່ໝາກເຜັດນ້ອຍ

ທີ່ນໍາມາຈາກເມືອງກາສີ ແຂວງວຽງຈັນ ພາຍຫຼັງທີ່ຂະແໜງປູກຝັງພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຮ່ວມກັບ ສູນປ້ອງກັນພືດສາລາຄໍາ ແລະ ຕະຫຼາດລາວ-ອົດຊີ

ໄດ້ເປີດຂະບວນການຄວບຄຸມຄຸນນະພາບ ກວດກາສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ເມື່ອບໍ່ດົນມານີ້ທີ່ຕະຫລາດລາວ-ອົດຊີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ຂໍ້ມູນທີ່ມາ: ສູນປ້ອງກັນພືດສາລາຄໍາ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້