ສາລະໜ້າຮູ້

ສູດຢານີ້ ຊ່ວຍ​ບຳ​ລຸງ​ເລືອດ​ ແລະ ແກ້​​ເລືອດ​ອອກ​ພາຍ​ໃນ​ອະໄວຍະວະ​ຕ່າງ​ໆ

ຕົ້ນຝາງ​ ເປັນພືດ​ສ​ະໝຸນ​ໄພ​ທີ່ຄົນບູຮານ​ໃຊ້​ມາ​ດົນ​ ເປັນ​ຢາ​ບຳ​ລຸງ​ເລືອດ​ສຳລັບ​ຜູ້ຍິງ ຂັບ​ປະຈຳ​ເດືອນ​ ແກ້​ຮ້ອນ​ໃນ.

ຊ່ວຍຫຼຸດ​ຄວາມ​ຮ້ອນ​ໃນ​ຮ່າງກາຍ​ ແກ້​ກະ​ຫາຍ​ນ້ຳ​ ແກ້​ອາການ​ເລືອດ​ອອກ​ພາຍ​ໃນ​ອະໄວຍະວະ​ຕ່າງ​ໆ​ຝາງ​ມີ​ສານ​ສຳຄັນ​ຫຼາຍ​ຊະນິດ​ທີ່ມີ​ລິດ​ຕ້ານ​ອ​ະນຸ​ມູນ​ອິດສະຫຼະ​ ຕ້ານ​ການ​ອັກ​ເສບ ແລະ​ ເພີ່ມ​ຄວາມ​ແຂງ​ແຮງ​ໃຫ້​ກັບ​ລະບົບ​ພູ​ມ​ຄຸ້ມ​ກັນ​ຂອງ​ຮ່າງກາຍ​ ນ້ຳ​ສ​ະໝຸນ​ໄພ​ຝາງ​ ຈຶ່ງ​ເໝາະ​ສຳລັບ​ຜູ້​ທີ່​ຕ້ອງ​ການ​ບຳ​ລຸງ​ຮ່າງ​ກາຍ​ ບຳ​ລຸງ​ເລືອດ

ວິທີ​ເຮັດ​ : ນຳ​ນ້ຳ​ໃສ່​ໝໍ້​ຕັ້ງ​ໄຟ​ ໃສ່​ແກ່ນ​ໄມ້​ຝາງ​ລົງ​ຕົ້ມ​ຈົນ​ເດືອດ​ ຈະ​ໄດ້​ນ້ຳ​ສີຊົມ​ພູ​ອົມ​ສົ້ມ​ ຈາກ​ນັ້ນ​ໃສ່​ດອກ​ມະ​ລິລົ​ງໄປ​ເພື່ອ​ໃຫ້​ເກີດ​ກິ່ນ​ຫອມ​ ຍົກລົງ​ຈາກ​ເຕົາ​ ກອງ​ເອົາ​ກາກ​ອອກ​ຈາກ​ນັ້ນ​ຖິ້ມ​ໄວ້​ໃຫ້​ເຢັນ​ ເວລາ​ດື່ມ​ສາມາດ​ເຕີມ​ນ້ຳ​ເຜີ້ງຫຼື​ນ້ຳ​ຕານ​ໄດ້​ຕາມ​ໃຈ

ດື່ມໃສ່ນ້ຳ​ແຂງ​ກໍ່​ເຢັນ​ຊື່ນ​ໃຈ​ ຫຼື​ ຖ້າ​ມັກ​ດື່ມ​ຊາ​ກໍ່​ຊົງ​ເປັນ​ຊາ​ດື່ມ​ຮ້ອນ​ໆ​ ກໍ່​ໄດ້​ ທັງ​ນີ້​ ສາມາດ​ໃຊ້​ສ​ະໝຸນ​ໄພ​ອື່ນ​ໆ​ ເພື່ອ​ແຕ່ງ​ກິນ​ແທນ​ດອກ​ມະ​ລິ​ໄດ້​ ເຊັ່ນ​ ໃບ​ເຕີຍ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button