ຂ່າວທົ່ວໄປ
ສາມສ່ຽວຖືກ ຈັ ບ ຂະນະ ກໍ່ເຫດ ຂ້ າ ແລະ ລັກ ເອົາຄວາຍ 15 ໂຕ

ສາມສ່ຽວຖືກ ຈັ ບ ຂະນະ ກໍ່ເຫດ ຂ້ າ ແລະ ລັກ ເອົາຄວາຍ 15 ໂຕ

ນະຄອນຫຼວງວຽງຈັນ: ລາຍງານຈາກເຈົ້າຂອງຄວາຍ ທີ່ໃຊ້ເຟສບຸກ Moui Moui ໄດ້ໂພດເຕືອນໄພ ໂຈນລັກຄວາຍ. ເຊິ່ງ ໄດ້ມາລັກຂ້າເອົາຄວາຍ 15 ໂຕ ທີ່ລ້ຽງຢູ່ເຂດບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ໂດຍໂຈນມີທັງໝົດ 3 ຄົນ ເປັນເພດຊາຍ ໃຊ້ລົດກະບະເກຍ ສີຂາວ ທະບຽນ ກໍາແພງນະຄອນ ກທ 1846.

ມຸ້ຍ ມຸ້ຍ ໂພດບອກວ່າ :”ຈຸດຈົບໂຈນລັກຄວາຍ ບໍ່ມີຍັງຫລາຍລັກຄວາຍ 15 ໂຕ…ເທວະດາຂາຍຫນ້າ…ບາບນຳກະໄລ່…..ຂອບໃຈອ້າຍນ້ອງ..ປກສ… ເບີ່ງຫນ້າພວກມັນໄວ້ ໃຜເຄີຍຖືກແກ້ງໂຈນລັກຄວາຍແກ້ງນີ້ລັກຄວາຍຂອງໂຕເອງຟ້າວໄປແຈ້ງອ້າຍຕຳຫຼວດເພີ່ນເດີ້ ໂທດມັນຊິໄດ້ຫຼາຍໆ”

ປະຈຸບັນ, ຄະດີດັ່ງກ່າວແມ່ນຢູ່ໃນຊັ້ນຕອນການດໍາເນີນການຂອງເຈົ້າໜ້າທີ່.


ເຕືອນໄປທຸກຄົນ ທີ່ມີສັດລ້ຽງຕ້ອງລະມັດລະວັງ
