ຂ່າວທົ່ວໄປ

ທ່ານທູດຍີ່ປຸ່ນ ເດີນທາງໄປແຂວງຫົວພັນ ເພື່ອຢ້ຽມຢາມສວນຊາກຸຣະມິດຕະພາບ

ຢູ່ແຂວງຫົວພັນນອກຈາກຈະມີການຮ່ວມມືກັບຫຼາຍໂຄງການກັບປະເທດຍີ່ປຸ່ນໃນຖານະເທດເພື່ອນມິດແລ້ວ ຍັງມີສວນຊາກຸຣະ ມິດຕະພາບລາວ-ຍີ່ປຸ່ນທີ່ສ້າງຂຶ້ນມາເພື່ອເສີມ

ຄວາມສຳພັນສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເຊິ່ງປະຈຸບັນກຳລັງແຕກດອກໃຫ້ທຸກຄົນທີ່ໄປຮອດຫົວພັນໄດ້ເຂົ້າໄປທ່ຽວຊົມ.ໃນວັນທີ 25 ມັງກອນ 2021 ຜ່ານມາ

ທ່ານ ທູດຍີ່ປຸ່ນປະຈໍາສປປ ລາວ, ທ່ານ ທາເກວາກະ ໄດ້ເດີນທາງໄປຢ້ຽມຢາມແຂວງຫົວພັນ ໃນນັ້ນທ່ານໄດ້ເຂົ້າພົບປະກັບທ່ານ ວັນໄຊ ແພງຊຸມມາ, ເຈົ້າແຂວງໆຫົວພັນ,

ທ່ານ​ ທູດທາເກວະກະໄດ້ລາຍງານບັນດາໂຄງການທີ່ສະໜັບສະໜູນໂດຍຍີ່ປຸ່ນ ທີ່ກໍາລັງດໍາເນີນຢູ່ໃນແຂວງຫົວພັນ.ພ້ອມດຽວກັນນີ້ທ່ານເຈົ້າແຂວງຫົວພັນກໍ່ໄດ້ກ່າວສະແດງຄວາມ

ຂອບໃຈຕໍ່ການຊ່ວຍເຫຼືອ ແລະ ບັນດາໂຄງການທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ. ທັງສອງທ່ານຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນໃນບັນຫາບູລິມະສິດຕ່າງໆທີ່

ກ່ຽວພັນກັບການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງນໍາອີກ.ນອກຈາກນີ້, ທ່ານທູດ ທາເກວະກະຍັງໄດ້ມີໂອກາດໄປຢ້ຽມຊົມສວນຊາກຸຣະມິດຕະພາບລາວ-ຍີ່ປຸ່ນ ແລະ ໄປຂາບໄຫວ້ເຂດອານຸສອນສະຖານປະທານ ໄກສອນ ພົມວິຫານຕື່ມອີກ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button