ຂ່າວຕ່າງປະເທດ

14 ມີນານີ້ “ສໍລະຍຸດ ຜູ້ປະກາດຂ່າວດັງໄທ ພົ້ນຄຸກແລ້ວ” ໜ້າຕິດຕາມ ແວ່ວໆ​ວ່າ​ຈະ​ຍ້າຍ​ມາ​ຢູ່​ຊ່ອງ 7

ນັບຖອຍຫຼັງ ສໍລະຍຸດ ຜ່ານເກນນັກໂທດ ພົ້ນຄຸກ 14 ມີນາ 2021 ຕ້ອງຜ່ານການອົບຮົມໂຄງການໂຄກໜອງນາແຫ່ງນ້ຳໃຈ ຕິດກຳໄລ EM ແລະ ລາຍງານໂຕກັບພະນັກງານຄຸມປະພຶກຕາມກຳນົດ

ຈາກ ລາຍງານວ່າ นายอายุตม์ สินธพพันธุ์ อธิบดีกรมราชทัณฑ์ ເຜີຍວ່າຄະນະກຳມະການພິຈາລະນາການລົງໂທດໄດ້ປະຊຸມພິຈາລະນາຜູ້ຕ້ອງຂັງທີ່ເຂົ້າເກນໄດ້ຮັບການພັກໂທດ ໂດຍມີຜູ້ຄຸມຂັງຄຸນສົມບັດເຂົ້າເກນບໍ່ເກີນ 500 ຄົນ ເຊິ່ງໃນນັ້ນມີ ສໍລະຍຸດ ສຸທັດນະຈິນດາ ຜູ້ຕ້ອງຂັງໃນຄະດີສະໜັບສະໜຸນເຈົ້າພະນັກງານຂອງລັດເຮັດຜິດ ດ້ວຍການຍັກຢອກຄ່າໂຄສະນາເກີນເວລາ ເຂົ້າເກນໄດ້ຮັບການພັກໂທດເປັນກໍລະນີພິເສດ ແລະ ຈະປ່ອຍໂຕອອກເຮືອນຈຳ ວັນທີ 14 ມີນາ ຄ.ສ 64 (2021)

ຖອຍຫຼັງ ສໍລະຍຸດ ຜ່ານເກນນັກໂທດ ພົ້ນຄຸກ 14 ມີນາ 2021 ຕ້ອງຜ່ານການອົບຮົມໂຄງການໂຄກໜອງນາແຫ່ງນ້ຳໃຈ ຕິດກຳໄລ EM ແລະ ລາຍງານໂຕກັບພະນັກງານຄຸມປະພຶກຕາມກຳນົດນັດ

ສຳລັບ ສໍລະຍຸດ ຄົນບັນເທີງຄົງຮູ້ຈັກດີ ກັບອາດີດຜູ້ປະກສາດຂ່າວດັງໄທ ເຮັດລາຍການຢູ່ຊ່ອງ 3 ເລົ່າຂ່າວ, ອ່ານຂ່າວ ແລະ ປະກາດຂ່າວຢູ່ໃນລາຍການ ເລື່ອງເລົ່າເຊົ້ານີ້

ເຊິ່ງຊີວິດໃນຄຸກຂອງເພິ່ນນັ້ນ ກໍຍັງບໍ່ຖິ້ມລາຍການເປັນນັກຂ່າວດ ເພາະທາງຜູ້ຄຸມ ແລະ ດູແລຄຸກນັ້ນໃຫ້ເພິ່ນ ຈັດລາຍການຂ່າວໃຫ້ຄົນຖືກຂັງ, ຄົນຈຳຄຸກ ໄດ້ຮັບຮູ້ຂ່າວສານຕ່າງໆ ລາຍການ ເລື່ອງເລົ່າຊາວເຮືອນຈຳ

ເຮັດຄຣິບວິດີໂອ ອັດເດດພາບຊີວິດຂອງ ພິທີກອນໃນຄຸກໃນ ເຮັດເຂົ້າໜົມ ແລະ ອື່ນໆເຊິ່ງຫຼັງຈາກໄດ້ຮັບການປ່ອຍໂຕອອກມາເຮົາກໍຈະມາຕິດຕາມນຳກັນວ່າຈະເປັນແນວໃດເນາະ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button