ຂ່າວຕ່າງປະເທດ

ຈີນ-ພາກເອະຊົນ ຮ່ວມທຶນ ສ້າງທາງລົດໄຟຄວາມໄວສູງ ສາຍທຳອິດ

ຈີນ-ພາກເອະຊົນ ຮ່ວມທຶນ ສ້າງທາງລົດໄຟຄວາມໄວສູງ ສາຍທຳອິດ

ຂປລ.ສຳນັກຂ່າວ ຊິນຮວາຂອງ ຈີນ ລາຍງານວ່າ: ວັນທີ 1 ເດືອນກຸມພາ, ຈີນ ເລີ່ມວາງລາງ ລົດໄຟສຳລັບ ໂຄງການທາງລົດໄຟ ລະຫວ່າງ ເມືອງ ຫາງໂຈວ-ເສົາຊິງ-ໄທໂຈວ ເປັນເສັ້ນທາງ ລົດໄຟຄວາມໄວສູງ ສາຍທຳອິດ ຂອງ ຈີນ

ຊື່ງໄດ້ຮັບການ ສະໜັບສະໜູນ ຈາກພາກເອກະຊົນ ໂດຍມີ ມູນຄ່າ ການລົງທຶນເກືອບ 4,49 ໝື່ນລ້ານຢວນ ໂດຍຈຸດເລີ່ມຕົ້ນ ຈາກ ນະຄອນຫາງໂຈວ ເມືອງເອກ ຂອງ ແຂວງ ເຈີຈຽງ ທາງພາກຕາເວັນອອກ ຂອງ ຈີນ ຜ່ານເມືອງ ເສົາຊິງ ແລະ ເມືອງໄທໂຈວ ຢູ່ແຂວງດຽວກັນ, ດ້ວຍໄລຍະທາງລວມ 266,9 ກິໂລແມັດ, ດ້ວຍຄວາມໄວ 350 ກິໂລແມັດ ຕໍ່ຊົ່ວໂມງ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button