ຫລວງນໍ້າທາມອບເງິນ 50 ລ້ານກີບປະກອບສ່ວນຫລໍ່ພະພຸດທະຮູບຢູ່ວັດສາມັກຄີໄຊ

ຫລວງນໍ້າທາມອບເງິນ 50 ລ້ານກີບປະກອບສ່ວນຫລໍ່ພະພຸດທະຮູບຢູ່ວັດສາມັກຄີໄຊ
ຂປລ. ແຫລ່ງຂ່າວຈາກແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ໃນວັນທີ 2 ກຸມພາ 2021 ນີ້, ທ່ານ ຄຳເພັດ ຈັນທະວົງ ຫົວໜ້າຫ້ອງວ່າການແຂວງຫລວງນໍ້າທາ ໄດ້ຕາງໜ້າຄະນະພັກ-ອົງການປົກຄອງແຂວງ ນໍາເອົາເງິນຈຳນວນ 50 ລ້ານກີບ ມາມອບໃຫ້ວັດສາມັກຄີໄຊ
ເພື່ອປະກອບສ່ວນໃນການຫລໍ່ພະພຸດທະຮູບຢູ່ວິຫານຫລັງໃໝ່ວັດສາມັກຄີໄຊ ແຂວງຫລວງນ້ຳທາ, ເຊິ່ງເງິນຈໍານວນດັ່ງກ່າວໄດ້ຈາກການອຸປະຖຳຂອງບໍລິສັດ ອານິໄຊ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານຂົວທາງຈຳກັດ ກ່າວຮັບໂດຍ ພະອາຈານ ບຸນທຳ ບຸນວົງ ເຈົ້າອາທິການວັດສາມັກຄີໄຊ ປະທານອົງການພຸດທະສາສະໜາສຳພັນລາວ ປະຈຳແຂວງຫລວງນ້ຳທາ ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ວັດສາມາຄີໄຊຫລັງໃໝ່ ໄດ້ເລີ່ມສ້າງມາແຕ່ປີ 2010 ຮອດປີ 2021 ການກໍ່ສ້າງສໍາເລັດ 80%, ປັດຈຸບັນ ພວມກະກຽມປັ້ນຫລໍ່ພະພຸດທະຮູບໃຫຍ່ ຈໍານວນ 1 ອົງ, ຮູບຊົງປາງມານພິໄຊ ມີຂະໜາດໜ້າຕັດ 3 ແມັດ, ລວງສູງ 4 ແມັດ, ນໍ້າໜັກ 3 ໂຕນ ໂດຍໃຊ້ທອງເຫລືອງໃນການປັ້ນຫລໍ່ ມູນຄ່າ 900 ລ້ານກີບ, ຄາດວ່າວັນທີ 26 ເມສາ 2021 ຈະໄດ້ມີການປັ້ນຫລໍ່ພະພຸດທະຮູບໃຫຍ່, ທັງນີ້ ກໍເພື່ອໃຫ້ປະຊາຊົນ ກໍຄື ຊາວພຸດໄດ້ກາບໄຫວສັກກາລະບູຊາ, ເປັນທີ່ເພິ່ງທາງໃຈ ແລະ ຮັກສາໄວ້ວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດໃຫ້ຍືນຍົງ ແລະ ເປັນບ່ອນສຶກສາຄົ້ນຄວ້າຂອງຄົນຮຸ່ນໃໝ່ໄດ້ສືບທອດປົກປັກຮັກສາໄວ້ຕະຫລອດໄປ.