ສາລະໜ້າຮູ້

ດວງລາຍວັນປະຈຳວັນທີ 4 ກຸມພາ 2021 ການງານ,ການເງິນ,ຄວາມຮັກ

ເຊັກດວງລາຍວັນປະຈຳວັນທີ 4 ກຸມພາ 2021 ການງານ,ການເງິນ,ຄວາມຮັກ ດວງໃຜດີ ດີດ້ານໃດແນ່ ມາເບີ່ງດັ່ງລຸ່ມນີ້ຕາມວັນເກີດ :

1. ຄົນທີ່ເກີດວັນອາທິດ

+ ດ້ານການງານ ມີເກນ ສີ່ງທີ່ເຮັດ ແລະ ຮັບຜິດຊອບໃກ້ຈະສຳເລັດແລ້ວ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາເລື້ອຍໆ ລະວັງຈະຖືກເອົາປຽບ, ສ່ວນລາຍຈ່າຍ ຈ່າຍລາຍວັນໄປເລື້ອຍໆ

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນເຂົ້າໃຈກັນ ແລະ ເປັນກຳລັງໃຈທີ່ດີ, ສ່ວນຄົນໂສດ ມີຄົນເຂົ້າມາ ທີ່ເຫຼືອ ຂື້ນກັບທ່ານຈະເປີດໃຈຫຼືບໍ່.

2. ຄົນທີ່ເກີດວັນຈັນ

+ ດ້ານການງານ ມີເກນ ກຳລັງຈະເກີດການປ່ຽນແປງຄັ້ງໃຫມ່ ເຊິ່ງອາດເປັນຜົນກັບວຽກໃນອານາຄົດທ່ານ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາດີຕໍ່ເນື່ອງ, ສ່ວນລາຍຈ່າຍ ຈ່າຍລາຍວັນເລື້ອຍໆ

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ໝັ້ນຄົງດີບໍ່ເຊື່ອມຄາຍ, ສ່ວນຄົນໂສດ ຍັງຄົງຮັກສາຄວາມໂສດຕໍ່ໄປ.

3. ຄົນທີ່ເກີດວັນອັງຄານ

+ ດ້ານການງານ ມີເກນ ເຮັດວຽກຫນັກພໍສົມຄວນ ອິດເມື່ອຍຫຼາຍ ແຕ່ກໍຄຸ້ມຄ່າ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຈາກວຽກເລື້ອຍໆ, ສ່ວນລາຍຈ່າຍ ຖ້າຈ່າຍລົງທຶນບໍ່ດີປານໃດ

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ຈືດຈາງຫ່າງເຫີນ, ສ່ວນຄົນໂສດ ຍັງບໍ່ມີເກນຈະໄດ້ພົບຮັກມື້ນີ້.

4. ຄົນທີ່ເກີດວັນພຸດ

+ ດ້ານການງານ ມີເກນ ສີ່ງທີ່ເຮັດ ແລະ ຮັບຜິດຊອບ ປະສົບຄວາມສຳເລັດ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຕໍ່ເນື່ອງຈາກອາຊີບຫຼັກ, ສ່ວນລາຍຈ່າຍ ຖ້າຈ່າຍລົງທຶນແບບໄລຍະຍາວຈະດີຫຼາຍ

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ຄຽງຂ້າງກັນ ເຂົ້າໃຈກັນຫຼາຍຂື້ນ, ສ່ວນຄົນໂສດ ມີເກນ ມີຄົນມາຮັກແບບບໍ່ໄດ້ຕັ້ງໃຈ.

5. ຄົນທີ່ເກີດວັນພະຫັດ

+ ດ້ານການງານ ມີເກນ ປະສົບຜົນສຳເລັດ ດ້ວຍຄວາມດຸໝັ່ນຂອງທ່ານເອງ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາເລື້ອຍໆຈາກວຽກ, ສ່ວນລາຍຈ່າຍ ຈ່າຍເລື້ອຍໆ ບໍ່ສາມາດຫຼີກລ່ຽງໄດ້

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ຈືດຈາງຫ່າງເຫີນພໍສົມຄວນ, ສ່ວນຄົນໂສດ ຍັງຄົງໂສດ ເພາະຄົນເຂົ້າມາຍັງບໍ່ໂດດເດັ່ນ.

6. ຄົນທີ່ເກີດວັນສຸກ

+ ດ້ານການງານ ມີເກນ ສົມຫວັງກັບວຽກງານທີ່ເຮັດ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາດີຕໍ່ເນື່ອງຈາກເຫື່ອແຮງ, ສ່ວນລາຍຈ່າຍ ຈ່າຍລາຍວັນໄປເລື້ອຍໆ

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ເຂົ້າໃຈກັນຫຼາຍຂື້ນ, ສ່ວນຄົນໂສດ ມີໂອກາດຈະໄດ້ພົບຮັກແທ້.

7. ຄົນທີ່ເກີດວັນເສົາ

+ ດ້ານການງານ ມີເກນ ເຮັດວຽກຫນັກ ອິດເມື່ອຍພໍສົມຄວນ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາດີທັງວຽກຫຼັກ ແລະ ວຽກເສີມ, ສ່ວນລາຍຈ່າຍ ຢ່າຈ່າຍປະມາດຈົນເກີນໄປ

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ໂດຍລວມໆ ຖືວ່າດີ ແຕ່ກໍມີເບື່ອໆກັນແນ່ບາງຄັ້ງ, ສ່ວນຄົນໂສດ ຍັງຮັກສາຄວາມໂສດໄດ້ດີພໍສົມຄວນ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button