ເຫດຜົນ 10 ຂໍ້ ທີ່ເຮັດໃຫ້ຄົນລາວພັດທະນາບໍ່ທັນຊາດອື່ນ

ຄໍາສຸພາສິດເພີ່ນວ່າ” ຮັກງົວໃຫ້ຜູກຮັກລູກໃຫ້ຕີ” ຄໍາໆນີ້ຍັງຖືກຕ້ອງ ຫລື ບໍ່? ຖ້າເບິ່ງ້ອອນຄືນຕອນສະໄໝຝຣັ່ງປົກຄອງລາວ ໃນເວລານັ້ນລະບົບການສຶກສາລາວໄດ້ຮັບການຍົກຍ້ອງວ່າສອນດີ ສອນເກັ່ງ ແລະ ມີລະບຽບເຄັ່ງຄັດ ສ່ວນນັກນັກຮຽນ-ນັກສຶກສາກໍມີແຕ່ຜູ້ເກັ່ງໆ ຈົບອຸດົມສາມາດເວົ້າພາສາຝຣັ່ງລ່ຽນໄຫລ ຖ້າຖາມເລື່ອງວິຊາການເອົາປາກເລົ່າໄດ້ໝົດບໍ່ຄ້ອງບໍ່ຄາຈັກໂຕ ແຕ່ສັງຄົມປັດຈຸບັນນີ້ ນັກສຶກສາຈໍານວນບໍ່ໜ້ອຍທີ່ຈົບຈາກມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆເວົ້າພາສາອັງກິດບໍ່ໄດ້ ແລະ ຖາມເລື່ອງໃດກໍແກວ່ງຫົວວຶດໆ ສະນັ້ນ ຄໍລໍ້າແລກປ່ຽນໄດ້ຮິບໂຮມຄໍາເຫັນຈາກແຟນເຟສບຸກພົບວ່າການສຶກສາຂອງຄົນລາວຈໍານວນໜຶ່ງຍັງຈະສືບຕໍ່ດ້ອຍພັດທະນາ ແລະ ບໍ່ສະຫລາດທັນກັບປະເທດອື່ນໆນັ້ນເກີດມາຈາກ 10 ບັນຫາຕົ້ນຕໍຄື:

1.ຄົນລາວຈໍານວນໜຶ່ງຖືເອົາເລື່ອງຫລິ້ນກິນຟູມເຟືອຍເປັນໂຕຕັ້ງໃນຊີວິດ
2.ບໍ່ມັກອ່ານ ແລະ ບໍ່ມັກສະແຫວງຫາຄວາມຮູ້ນໍາປື້ມ, ນໍາຄູອາຈານ ແລະ ຜູ້ອາວຸໂສ
3.ຂະຫຍາຍຮ້ານກິນດື່ມ ແລະ ສະຖານບັນເທີງຫລາຍກວ່າບ່ອນສຶກສາຫາຄວາມຮູ້
4.ແຫ່ນໍາຄ່ານິຍົມແບບຜິດໆ ແລະ ປູກຈິດສໍານຶກແບບຄົນລວຍດ້ວຍການສ້າງພາບຟົດເອົາກະຕ່າດອກໄມ້ໃຫ້ກັນ, ຈັດງານລ້ຽງໃຫຍ່ໂຕມະໂຫລານ, ໃສ່ຊຸດລາຄາແພງໆໂອ້ອວດກັນ
5.ຄົນຮັ່ງມີກັບຄົນທຸກຍາກເລີ່ມຫ່າງເຫີນກັນດ້ວຍວິທີສ້າງກຸ່ມ ສ້າງແກ້ງ, ຈັບກຸ່ມເປັນຄົນຮັ່ງ ແບ່ງແຍກຄົນທຸກ

6. ນັກຮຽນ-ນັກສຶກສາ ແລະ ພະນັກງານຈໍານວນບໍ່ໜ້ອຍນິຍົມອວຍໜ້າເຂົ້າຮ້ານກິນດື່ມຫລາຍກວ່າພັດທະນາຕົນເອງ.
7.ພໍ່ແມ່ຜູ້ປົກຄອງຈໍານວນໜຶ່ງສອນໃຫ້ລູກເບິ່ງໂທລະພາບ, ຫລິ້ນໂທລະສັບ ແລະ ຫລິ້ນເກມຫລາຍກວ່າການແນະນໍາໃຫ້ລູກເບິ່ງໜັງສື ຫລື ຮຽນຮູ້ອື່ນໆ
8.ຈິດໃຈບໍ່ອົດບໍ່ທົນ ຂີ້ຄ້ານມັກງ່າຍ ແລະ ເຮັດວຽກພໍແຕ່ແລ້ວຮີດແລ້ວຄອງ ຖ້າບ່ອນໃດເປັນບ່ອນເສດຖະກິດພາກັນແຫ່ຍາດຊິງກັນໄປຢູ່ ດ້ວຍວິທີຊື້ຈ້າງຈອບອອຍ ແລະ ກິນເງິນກ້ອງໂຕະ
9.ການເຮັດວຽກຍັງຖືເອົາລະບົບຄົນເຈົ້າຄົນຂ້ອຍໂດຍບໍ່ສົນໃຈຄວາມຮູ້ຄວາມສາມາດເປັນທີ່ຕັ້ງ
10.ລະບົບຫລັກສູດການສຶກສາຍັງຮັກສາຮີດເກົ່າຄອງເດີມໂດຍສ່ວນໃຫຍ່ເນັ້ນໃສ່ວິຊາວັນນະດີ ປະຫວັດສາດ ພູມສາດ ຂະນະທີ່ປະເທດຈະເລີນແລ້ວເຂົາເຈົ້າເນັ້ນຫລັກສູດການຄົ້ນຄ້ວາ, ເຄມີ, ວິທະຍາສາດ ແລະ ການສ້າງອາຊີບ.