ທ່ານວາງຢີ້ພົບປະກັບທ່ານສະເຫຼີມໄຊ ກົມມະສິດຜ່ານທາງວີດີໂອ ວັນທີ 3 ກຸມພານີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວຜ່ານທາງວີດີໂອ.

ໃນໂອກາດດັ່ງກ່າວ, ທ່ານວາງຢີ້ກ່າວວ່າ: ຈີນກັບລາວເປັນສະຫາຍແລະ ປະເທດສັງຄົມນິຍົມອ້າຍນ້ອງ. ຝ່າຍຈີນຍິນດີຮ່ວມກັນກັບຝ່າຍລາວ, ຖືເອົາການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຂອງທ່ານເລຂາທິການໃຫຍ່ຂອງສອງພັກເປັນວຽກງານຕົ້ນຕໍ, ເພີ່ມທະວີການແລກປ່ຽນກັນດ້ານຍຸດທະສາດ, ລົງເລິກຄວາມສາມັກຄີ ແລະ ການຮ່ວມມືກັນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວ, ເພີ່ມກຳລັງແຮງໃໝ່ເຂົ້າໃນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວ ແລະ ປະກອບສ່ວນອັນໃໝ່ເຂົ້າໃນພາລະກິດຮ່ວມມືມິດຕະພາບລະຫວ່າງຈີນ ແລະ ລາວ.

ທ່ານວາງຢີ້ກ່າວຕື່ມວ່າ: ຈີນກຳລັງສ້າງໂຄງປະກອບການພັດທະນາແບບໃໝ່, ເຊິ່ງຈະສະໜອງໂອກາດດ້ານການພັດທະນາໃຫ້ແກ່ລາວຫຼາຍກວ່າເກົ່າ, ສອງຝ່າຍຄວນເລັ່ງລັດ ແລະ ຊຸກຍູ້ການສ້າງແລວເສດຖະກິດຈີນ-ລາວ, ເພີ່ມກຳລັງຂັບເຄື່ອນໃໝ່ໃຫ້ແກ່ການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ມີຄຸນນະພາບສູງ ທັງຊຸກຍູ້ທາງລົດໄຟຈີນ-ລາວໃຫ້ສ້າງສຳເລັດຕາມເວລາກຳນົດ. ຝ່າຍຈີນຍິນດີສືບຕໍ່ເພີ່ມທະວີການຮ່າມມືກັບລາວເພື່ອຕ້ານກັບພະຍາດໂຄວິດ-19, ທັງໃຫ້ການສະໜັບສະໜູນເພື່ອຕ້ານກັບພະຍາດຊະນິດຕ່າງໆເຊິ່ງລວມທັງວັກຊີນ.

ທ່ານສະເຫຼີມໄຊ ກົມມະສິດກ່າວວ່າ: ຝ່າຍລາວສະແດງຄວາມຂອບໃຈຝ່າຍຈີນຢ່າງສູງທີ່ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າແລະ ການຊ່ວຍເຫຼືອທີ່ບໍ່ເຫັນແກ່ຕົວໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງລາວໂດຍສະເພາະແມ່ນໃນດ້ານການຮັບມືກັບສະພາບພະຍາດໂຄວິດ-19. ພັກ ແລະ ລັດຖະບານລາວ ຈະສືບຕໍ່ຖະນຸຖະໜອມສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງລາວ-ຈີນ, ໂດຍຖືວ່າສິ່ງນີ້ມີຄວາມໝາຍຕັດສິນຊີ້ຂາດຕໍ່ໂຊກຊາຕາຂອງພາລະກິດສ້າງສັງຄົມນິຍົມຢູ່ລາວ.

ສອງຝ່າຍໄດ້ປະກາດວ່າ: ໄດ້ເລີ່ມດຳເນີນກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງປີມິດຕະພາບຈີນ-ລາວ. CRI-FM93