ສົ້ມພໍດີ ຫຼຸດດຄວາມດັນເລືອດ ຫຼຸດໄຂມັນໃນເລືອດ ແລະ ຊ່ວຍຂັບຍ່ຽວໄດ້ດີ

ໃບສົ້ມພໍດີມີຣົດຊາດສົ້ມ ກິນໄດ້ທັງດິບ ແລະ ສຸກ ໃສ່ໃນແກງເພື່ອປຸງແຕ່ງຣົດຊາດໄດ້ ໃບອ່ອນແລະຍອດ ໃຊ້ປຸງແຕ່ງຣົດຊາດສົ້ມ ໃສ່ຕົ້ມ ຫລື ແກງ ກີບລ້ຽງສີແດງໃຊ້ເຮັດເຄື່ອງດື່ມ ມີວິຕາມິນເອສູງ

ສັບພະຄຸນທາງຢາ ນ້ຳສົ້ມພໍດີ ເປັນຢາສະກັດຂີ້ກະເຖີ່ ເຮັດໃຫ້ຊຸ່ມຄໍ ຊ່ວຍຂັບຍ່ຽວ ລຸດຄວາມດັນເລືອດ ລຸດຄວາມໜຽວຂອງເລືອດ ປ້ອງກັນຕ່ອມລູກໝາກໃຫຍ່ ແກ້ອາການຂັດເບົາ ແລະ ສາມາດຫລຸດໄຂມັນໃນເລືອດໄດ້ອີກດ້ວຍ

ສ່ວນໝາກອ່ອນຕົ້ມກິນຕິດຕໍ່ກັນ 5-8 ມື້ ຊ່ວຍຂັບແມ່ພະຍາດ ໝາກແຫ້ງປົ່ນເປັນຜົງ ກິນເທື່ອລະ 1 ບ່ວງແກງແລ້ວດື່ມນ້ຳຕາມມື້ລະ 3-4 ເທື່ອ ຊ່ວຍປິ່ນປົວພະຍາດກະເພາະ ແລະ ລຳໄສ້ອັກເສບ ແກ່ນບົດເພື່ອເປັນຢາລະບາຍ ຂັບຍ່ຽວ ແລະ ຢາບຳລຸງ