ຂ່າວທົ່ວໄປ
ເກີດເຫດ! ຄົນຕົກຈາກທີ່ສູງ ອາການເບື້ອງຕົ້ນມີບາດແຜຕາມຕົນໂຕ

ວັນທີ04/02/2021ເວລາ 10:37ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດຄົນຕົກຈາກທີ່ສູງ.

ຈຸດເກີດເຫດແມ່ນເສັ້ນທາງເຕ້2 ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 1ຄົນ: ເພດຊາຍ ອາຍຸ 17ປີ ອາຊີບກຳມະກອນ ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນອາການເບື້ອງຕົ້ນແມ່ນມີບາດແຜຕາມຕົນໂຕ.

ດັ່ງນັ້ນທາງຫນ່ວຍກູ້ໄພມູນນິທິ1623ຈຶ່ງໄດ້ທຳການປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍມິດຕະພາບ 150.
