ຈີນເດີນໜ້າແຈກຢາຍວັກຊີນໂຄວິດ ໃຫ້ 50 ກວ່າປະເທດກຳລັງພັດທະນາ

ທ່ານ ວັງເຫວິນປິນ ໂຄສົກກະຊວງການຕ່າງປະເທດຂອງຈີນ ເປີດເຜີຍວ່າ: ຈີນຈະເດີນໜ້າຈັດສົ່ງວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ໃຫ້ປະເທດອື່ນໆ ໂດຍສະເພາະປະເທດກຳລັງພັດທະນາ ຕາມຂີດຄວາມສາມາດທີ່ມີຢ່າງທ່ວງທັນ ເພື່ອຊ່ວຍສ້າງຊຸມຊົນແຫ່ງສຸຂະພາບ.ທ່ານ ວັງເຫວິນປິນ ປະກາດວ່າ: ຈີນໄດ້

ບໍລິຈາກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ປາກິດສະຖານເມື່ອວັນທີ 1 ກຸມພາ ເຊິ່ງຖືເປັນການສົ່ງມອບວັກຊີນຊ່ວຍເຫລືອປະເທດອື່ນໆຄັ້ງທຳອິດຂອງຈີນ ພ້ອມເນັ້ນຄວາມມຸ້ງໝັ້ນເຮັດໃຫ້ວັກຊີນເປັນສິນຄ້າສາທາລະນະໂລກທັນທີທີ່ພັດທະນາສຳເລັດ ແລະ ຖືກນຳໄປໃຊ້ ໂດຍຈີນຈະມີສ່ວນຊ່ວຍປະເທດກຳລັງພັດທະນາເຂົ້າເຖິງ ແລະ ມີກຳລັງຊື້

ວັກຊີນ.ນອກຈາກປາກິດສະຖານແລ້ວ ຈີນຍັງໃຫ້ການຊ່ວຍເຫລືອດ້ານວັກຊີນແກ່ 13 ປະເທດກຳລັງພັດທະນາ ໄດ້ແກ່ ບຣູໄນ, ເນປານ, ຟີລິບປິນ, ມຽນມາ, ກຳປູເຈຍ, ລາວ, ສີລັງກາ, ມອງໂກເລຍ, ປາເລັສຕິນ, ເບລາຣຸສ, ເຊຍຣາລິໂອນ, ຊິມບຳເວ ແລະ ອິເຄວທໍເຣຍກິນີ. ຂະນະອີກ 38 ປະເທດກຳລັງພັດທະນາຈະໄດ້ຮັບການຊ່ວຍ

ເຫລືອດ້ານວັກຊີນຂອງຈີນໃນໄລຍະຕໍ່ໄປ.ນອກຈາກນີ້, ຈີນຍັງສະໜັບສະໜູນບໍລິສັດທີ່ກ່ຽວຂ້ອງກັບການສົ່ງອອກວັກຊີນໄປປະເທດທີ່ຈຳເປັນຕ້ອງໃຊ້ຮີບດ່ວນ, ປະເທດທີ່ຍອມຮັບວັກຊີນຂອງຈີນ ແລະ ປະເທດທີ່ອະນຸຍາດໃຫ້ນຳໃຊ້ວັກຊີນຂອງຈີນໃນກໍລະນີສຸກເສີນ ໂດຍຈີນຄາດຫວັງປະຊາຄົມສາກົນຮ່ວມມືກັນສົ່ງເສີມການແຈກຢາຍ ແລະ ນຳໃຊ້ວັກຊີນຢ່າງເທົ່າທຽມ ລວມທັງຮັບປະກັນວ່າປະເທດກຳລັງພັດທະນາຈະມີວັກຊີນພ້ອມນຳໃຊ້ໃນລາຄາຈັບບາຍໄດ້.