ຂ່າວທົ່ວໄປ

ປີ 2020 ລັດຖະບານຂາດດຸນງົບປະມານກວ່າ 8,000 ຕື້ກີບ

ຕາມຂ່າວສານ ຂປລ ໃຫ້ຮູ້ວ່າໃນວັນທີ 4 ກຸມພາ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມສະຫລຸບວຽກງານການເງິນ ປະຈໍາປີ 2020 ແລະ ທິດທາງແຜນການປະຈຳປີ 2021 ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ມີບັນດາຮອງລັດຖະມົນຕີ, ບັນດາທ່ານຕາງໜ້າ ກະຊວງ, ອົງການທຽບເທົ່າອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການສະເໜີ ແລະ ລາຍງານຫລາຍຫົວຂໍ້ທີ່ສໍາຄັນ ເພື່ອປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນ ເປັນຕົ້ນແມ່ນ ສະຫລຸບຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ທິດທາງແຜນງົບປະມານແຫ່ງລັດ ປະຈໍາປີ 2021; ສະເໜີ ແຜນການພັດທະນາຂະແໜງການເງິນ ໄລຍະ 5 ປີ (2021-2025) ແລະ ແຜນວຽກຈຸດສຸມປີ 2021 ແລະ ແຜນງານການຫັນເປັນທັນສະໄໝຂອງຂະແໜງການເງິນ; ວຽກງານຈຸດສຸມໃນການຄຸ້ມຄອງວຽກງານໃນຂົງເຂດຕ່າງໆ ທີ່ກ່ຽວກັບວຽກງານການເງິນງົບປະມານ ເຊັ່ນ: ວຽກງານງົບປະມານ, ຄັງເງິນ, ວຽກສ່ວຍສາອາກອນ, ພາສີ, ວຽກງານຄຸ້ມຄອງຊັບສິນຂອງລັດ ແລະ ຈະໄດ້ສະເໜີນິຕິກໍາລຸ່ມກົດໝາຍຈໍານວນໜຶ່ງ ໃຫ້ກອງປະຊຸມປະກອບຄໍາຄິດຄໍາເຫັນ; ພ້ອມນັ້ນ, ຍັງຈະໄດ້ປຶກສາຫາລືບັນຫາຈໍານວນໜຶ່ງ ທີ່ຕິດພັນກັບວຽກງານກວດສອບແຫ່ງລັດ ແລະ ວຽກກວດກາ.

ໃນໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ເປັນປີສຸດທ້າຍຂອງການຈັດຕັ້ງ ຜັນຂະຫຍາຍ ມະ ຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງການເງິນ ແລະ ປີສຸດທ້າຍ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ຄັ້ງທີ VIII (2016-2020) ແລະ ແຜນງົບປະມານແຫ່ງລັດ 5 ປີ (2016-2020). ໃນປີຜ່ານມາ ໄດ້ມີການເລີ່ມຈັດຕັ້ງປະຕິບັດຫລາຍມາດຕະການ ແລະ ນິຕິກໍາທີ່ເປັນອັນໃໝ່ ສ້າງພື້ນຖານໃຫ້ແກ່ການ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານໃນຕໍ່ໜ້າ ເປັນຕົ້ນ ການເລີ່ມຈັດຕັ້ງປະຕິບັດ 3 ກົດ ໝາຍອາກອນ ຄື: ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ກົດໝາຍວ່າດ້ວຍອາກອນຊົມໃຊ້ ທີ່ໄດ້ມີການປັບປຸງນະໂຍບາຍ, ປັບຫລຸດ ແລະ ເພີ່ມບາງອັດຕາ ແລະ ໄດ້ປັບປຸງບັນດາກົນໄກ ແລະ ຂັ້ນຕອນ ໃນການແຈ້ງ-ມອບອາກອນຕ່າງໆ. ພ້ອມນັ້ນ, ຍັງໄດ້ປະຕິບັດຄໍາສັ່ງສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ທີ່ໄດ້ໃຫ້ພະ ນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດ ໄດ້ປະຕິບັດມາດຕະການດັ່ງກ່າວ ໂດຍໄດ້ສັບປ່ຽນພະນັກງານປະຈໍາການ ແລະ ພັກເຮັດວຽກຢູ່ບ້ານ ໃນຊ່ວງໄລຍະເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ-19.

ໃນຂົງເຂດລາຍຈ່າຍ ແມ່ນໄດ້ມີການຜັນຂະຫຍາຍນະໂຍບາຍ ປະຢັດການນໍາໃຊ້ງົບປະມານຂອງລັດ ຕາມຄໍາສັ່ງເລກທີ 09/ນຍ, ການເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດລາຍຈ່າຍເງິນເດືອນເງິນນະໂຍບາຍ, ການປະຕິບັດວິໄນແຜນການ-ການເງິນ. ພ້ອມນັ້ນ, ໄດ້ອອກນິຕິກໍາ ໃນໄລຍະການ ແຜ່ລະບາດຂອງພະຍາດໂຄວິດ-19 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການ ຄຸ້ມຄອງດ້ານລາຍຈ່າຍ ງົບປະມານແຫ່ງລັດ ປະຈໍາປີ 2020, ຊຶ່ງໄດ້ອອກມາດຕະການດ້ານລາຍຈ່າຍບໍລິຫານປົກກະຕິ ເປັນຕົ້ນ ບໍ່ອະນຸຍາດໃຫ້ບັນດາຫົວໜ່ວຍງົບປະມານ ຂັ້ນສູນກາງ ແລະ ທ້ອງຖິ່ນ ອະນຸມັດລາຍຈ່າຍ ບໍລິຫານປົກກະຕິໃນບາງລາຍຈ່າຍ ເຊັ່ນ: ລາຍຈ່າຍທີ່ຕິດພັນກັບການໄປວຽກທາງການພາຍໃນ ແລະ ຕ່າງປະເທດ, ລາຍຈ່າຍຮັບແຂກຕ່າງປະເທດ ແລະ ລາຍຈ່າຍອື່ນ; ກວດກາການເບີກຈ່າຍຢ່າງລະອຽດ ແລະ ຮັດກຸມ ໂດຍເລັ່ງໃສ່ສະເພາະລາຍຈ່າຍທີ່ຈໍາເປັນ ແລະ ວຽກງານຮີບດ່ວນ; ໄດ້ສະເໜີພາແຫ່ງຊາດ ດັດແກ້ງົບປະມານ ໂດຍມີການແຈ້ງຫລຸດແຜນລາຍຮັບ ແລະ ແຜນລາຍຈ່າຍ ເປັນຕົ້ນ ລາຍຈ່າຍບໍລິຫານ, ດັດສົມ, ສົ່ງເສີມຂອງບັນ ດາກະຊວງ, ອົງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ຢ່າງໜ້ອຍ 10% ຂອງແຜນການປີ ແລະ ມາດຕະການລາຍຈ່າຍເງິນລົງທຶນຂອງລັດ ແມ່ນໄດ້ເລື່ອນໄດ້ຊະລໍ ຫລື ໂຈະການອະນຸມັດຊົ່ວຄາວ ເນື່ອງຈາກໄລຍະສຸມໃສ່ວຽກບູລິມະສິດຂອງລັດຖະບານ, ເພີ່ມການຂາດດຸນຂຶ້ນຕື່ມ ຈາກ 3,77% ເປັນ 5,87% ຂອງ GDP.

ທ່ານ ສົມດີ ດວງດີ ກ່າວຕື່ມວ່າ: ດ້ານລາຍຮັບ: ພວກເຮົາສາມາດປະຕິບັດລາຍຮັບງົບປະມານທັງໝົດໄດ້ 22.619 ຕື້ກີບ ເທົ່າກັບ 99,53% ຂອງແຜນການດັດແກ້, ໃນນັ້ນ, ລາຍຮັບພາຍໃນ ປະຕິບັດໄດ້ 20.410 ຕື້ກີບ ເທົ່າກັບ 99,86% ຂອງແຜນການດັດແກ້ (ຖ້າທຽບໃສ່ໃນໄລຍະດຽວກັນ ເຫັນວ່າຫລຸດລົງ 13,6%), ດ້ານລາຍຈ່າຍ: ລາຍຈ່າຍທັງໝົດ ປະຕິບັດໄດ້ 31.204 ຕື້ກີບ ເທົ່າກັບ 93,7% ຂອງແຜນການດັດແກ້, ການຂາດດຸນ: ຂາດດຸນປະມານ 8.585 ຕື້ກີບ ເທົ່າກັບ 81,2% ແຜນດັດແກ້ ຫລື ເທົ່າກັບ 4,83%, ຖ້າທຽບໃສ່ແຜນດັດແກ້ທີ່ສະພາແຫ່ງຊາດໄດ້ຮັບຮອງ ກໍເຫັນວ່າສາມາດປະຕິບັດໄດ້ຢູ່ໃນລະດັບດີສົມຄວນ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button