ຂ່າວຕ່າງປະເທດ

ອາເມລິກາຮັບມືໂຄວິດ ແບບບຸກ ສັກວັກຊີນໃຫ້ປະຊາຊົນ ຫລາຍກວ່າຜູ້ທີ່ຕິດເຊື້ອສະສົມ

ວັນ​ທີ 2 ກຸມພາ 2021, ອາ​ເມ​ລິ​ກາ​ເປີດ​ເຜີຍ​ຜົນສຳ​ເລັດ​ບາດກ້າວ​ສຳຄັນ​ຂອງ​ການ​ຮັບ​ມື​ວິ​ກິດ​ໂຄ​ວິດ-19 ​ແບບ​ບຸກ ຫລັງ​ສັກ​ວັກ​ຊີ​ນຕ້ານ​ໂຄ​ວິດ-19 ​ໃຫ້​ພົນລະ​ເມືອງ​ແລ້ວ​ຫລາຍ​ກວ່າ​ຈຳນວນ​ພົນລະ​ເມືອງ​ທີ່​ຕິດ​ເຊື້ອສະ​ສົມ​ທົ່ວ​ປະ​ເທດ​ແລ້ວ ຫລັງ​ການ​ແຜ່​ລະບາດ​ຜ່ານ​ມາ​ກວ່າ 1ປີ 1 ​ເດືອນ.ຈາກ​ລາຍ​ງານ​ການ​ຕິດຕາມ​ສະຖານະ​ການ​ການ​ສັກ​ວັກ​ຊີ​ນ

ຂອງ Bloomberg Vaccine Tracker ລະບຸ​ວ່າ: ມີ​ພົນລະ​ເມືອງ​ອາ​ເມ​ລິ​ກາ 26,5 ລ້ານ​ກວ່າ​ຄົນ​ໄດ້​ຮັບ​ວັກ​ຊີ​ນຕ້ານ​ໂຄ​ວິດ-19 ​ແລ້ວ​ຢ່າງ​ໜ້ອຍ 1 ​ໂດ​ສ ​ເຊິ່ງຫລາຍ

ກວ່າ​ຈຳນວນ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ສະ​ສົມ​ທົ່ວ​ອາ​ເມ​ລິ​ກາ ທັງ​ຍັງ​ເປັນ​ປະ​ເທດ​ທີ່​ສັກວັກ​ຊີ​ນ​ໃຫ້​ພົນລະ​ເມືອງ​ຫລາຍ​ທີ່​ສຸດ​ໃນ​ປັດຈຸບັນ (​ໃນ​ທາງ​ປະລິມານ) 32 ລ້ານ​ກວ່າ​ໂດ​ສ,

ຮອງ​ລົງ​ມາ​ແມ່ນ​ຈີນ 24 ລ້ານ​ໂດ​ສ ​ແລະ ອັງກິດ 9,79 ລ້ານ​ໂດ​ສ.ທົ່ວ​​ໂລກ​ມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ສະ​ສົມ​ແລ້ວ​ຫລາຍ​ກວ່າ 103 ລ້ານ​ຄົນ (103.378.964 ຄົນ), ປິ່ນ​ປົວ​​ເຊົາ​ແລ້ວ 75.727.702 ຄົນ ຫລື ປະມານ 73% ຂອງ​ຜູ້​ຕິດ​ເຊື້ອທັງ​ໝົດ, ​ເສຍ​ຊີວິດ​ແລ້ວ 2.236.559 ຄົນ ອັດຕາ​ການ​ເສຍ​ຊີວິດ​ປະມານ 2,1%.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button