ຂ່າວທົ່ວໄປ
ເຈົ້າໜ້າທີ່ເລັ່ງເກັບຕົວຢ່າງກວດຫາເຊື້ອ ແຮງງານລາວ 16 ຄົນ ລັກລອບເຂົ້າເມືອງສັງທອງ!

ແຮງງານລາວ 16 ຄົນ ລັກລອບເຂົ້າເມືອງສັງທອງ ເຈົ້າໜ້າທີ່ເລັ່ງເກັບຕົວຢ່າງກວດຫາເຊື້ອປກສ ນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ:

ນັບແຕ່ວັນທີ 1 ຫາ 4 ກຸມພາ 2021 ເຈົ້າໜ້າທີ່ສາມາດກວດກາພົບເຫັນກຸ່ມຄົນລັກລອບເຂົ້າຕາມຊາຍແດນລາວ-ໄທ ເຂດບ້ານແກ້ງໝໍ້ ແລະ ບ້ານຄົກເພີງ ເມືອງສັງທອງ ຈຳນວນ 16 ຄົນ, ຍິງ 11 ຄົນທັງໝົດ, ແມ່ນໄດ້ຖືກສົ່ງຕົວໄປສູນກັກກັນຫຼັກ 27 ເປັນທີ່ຮຽບຮ້ອຍແລ້ວ.