ສະຫຼະເວລາອ່ານກ່ອນ…!!! 7 ພຶດຕິກຳ ເຮັດແລ້ວອາຍຸສັ້ນ ປ່ຽນກ່ອນສາຍເກີນແກ້ ເປັນແທ້ອາດແກ້ບໍ່ທັນ.

ເຊົາເຮັດສາ!! 7 ພຶດຕິກຳເຮັດແລ້ວອາຍຸສັ້ນ ປ່ຽນກ່ອນສາຍເກີນແກ້!

ມື້ນີ້ ໄດ້ມາແນະນຳ 7 ພຶດຕິກຳທີ່ເຈົ້າຄວນປ່ຽນ ຖ້າວ່າເຈົ້າຍັງຄົງເຮັດຢູ່ ເພາະພຶດຕິກຳຕໍ່ໄປນີ້ ສົ່ງຜົນເສຍຕໍ່ຮ່າງກາຍຂອງເຈົ້າແນ່ນອນ ທາງທີ່ດີຄວນປັບປ່ຽນພຶກຕິກຳເພື່ອບໍ່ໃຫ້ບັ້ນທອນອາຍຸຂອງເຈົ້າ

1. ນອນເດິກ:ເພາະການນອນເດິກເຮັດໃຫ້ຮໍໂມນຕ້ານມະເຮັງຫຼັ່ງອອກມາໜ້ອຍເກີນໄປ ແລະ ສ່ຽງຕໍ່ການເກີດໂລກຮ້າຍອື່ນໆເຊັ່ນ ຄວາມດັນເລືອກສູງ, ໄຂມັນສູງ ແລະ ໂລກຕຸ້ຍ ເນື່ອງຈາກຄົນນອນເດິກມັກຈະຫິວ ແລະ ຕ້ອງຫາຫຍັງມາຮັບປະທານ ຊິ່ງບໍ່ເປັນຜົນດີຕໍ່ສຸຂະພາບຢ່າງແນ່ນອນ

2. ສູບຢາ ແລະ ດື່ມເຫຼົ້າ:ທັງສອງສິ່ງນີ້ສົ່ງຜົນຕໍ່ອະໄວຍະວະພາຍໃນ ແລະ ພາຍນອກ ປອດ ແລະ ຕັບເຮັດວຽກໜັກ ເຮັດໃຫ້ເຖົ້າໄວ ແລະ ສ່ຽງຕໍ່ການມະເຮັງ ນຳໄປສູ່ການເສຍຊິວິດກ່ອນໄວ
3. ຄຽດໜັກ ຫລື ເປັນໂລກຄຽດຊ່ຳເຮື່ອ:ເພີ່ມຄວາມສ່ຽງໃນການເປັນມະເຮັງ

4. ຮັບປະທານອາຫານຮ້ອນຈັດ:ເຊັ່ນ ຊາຮ້ອນ ຫລື ກາແຟຮ້ອນ ຖ້າບໍ່ລະວັງອາດຈະໄປລວກເຊວຫຼອດອາຫານຈົນອັກເສບ ແລະ ມີໂອກາປ່ຽນແປງເປັນເຊວມະເຮັງທາງທີ່ດີຄວນຫລີກລ້ຽງອາຫານ ແລະ ເຄື່ອງດື່ມທີ່ຮ້ອນແບບສຸດໆຄວນລໍຖ້າໃຫ້ຢູ່ໃນລະດັບອຸ່ນໆ

5. ກັ້ນຍ່ຽວ:ຢ່າງທີ່ຮູ້ກັນດີຢູ່ວ່ານ້ຳຍ່ຽວເປັນຂອງເສຍເຫລືອ ຍິ່ງກັ້ນຍ່ຽວຈະເຮັດໃຫ້ກະເພາະສະສົມຂອງເສຍ ສົ່ງຜົນໃຫ້ເກີດມະເຮັງ ຫລື ເຮັດໃຫ້ກະເພາະຍ່ຽວອັກເສບໄດ້

6. ເສບຕິດລົດເຄັມ:ມີງານວິໃຈພົບວ່າ ຄົນທີ່ມັກກິນອາຫານເຄັມຈະມີອັດຕາການເກີດມະເຮັງສູງກວ່າຄົນທີ່ກີນອາຫານລົດຈືດ ດັ່ງນັ້ນຄວນປັບພິດຕິກຳໃໝ່ການມັກກິນຂອງເຄັມໃຫ້ໜ້ອຍລົງກ່ອນຈະສາຍເກີດໄປ

7. ຕາກແດດຕະຫລອດ ແລະ ດົນ:ສ່ຽງມະເຮັງຜິວໜັງ ເພາະແສງແດດເປັນລັງສີກະຕຸເນເຊວໃຫ້ແບ່ງໂຕໄປຢ່າງບໍ່ຢຸດ ກາຍເປັນກ້ອນໃຫຍ່ຂຶ້ນໄດ້ ວິທິປ້ອງກັນຄືຄວາມຫລີກລ້ຽງການປະເຊີນກັບແດດທີ່ແຮງກ້າ ຖ້າລ້ຽງບໍ່ໄດ້ກໍ່ຄວາມທາຄີມກັນແດດ ຫລື ໃສ່ເສື້ອປົກຄຸມ.