ສາລະໜ້າຮູ້

ສະຫຼະເວລາອ່ານ…!!!ເວລາທຳບຸນແທ້ໆ ຕ້ອງອະທິຖານແບບນີ້ ຈິ່ງຈະດີແກ່ຕົວເຮົາ ອ່ານແລ້ວແຊຣຈະເປັນການທຳທານອີກຢ່າງໜື່ງ.

ເວລາເຮັດບຸນແທ້ຈິ່ງແລ້ວຕ້ອງອະທິຖານແບບນີ້ ເຖິງຈະດີແກ່ຕົວເຮົາ ເຊື່ອວ່າຫຼາຍໆຄົນນັ້ນຈະມັກການໄປເຮັດບຸນຕາມສະຖານທີ່ຕ່າງໆ ບໍ່ວ່າຈະໄປຂໍພອນ,ເລື່ອງການງານ,ຄວາມຮັກ,ເລືອງສຸຂະພາບຫຼືອື້ນໆ

ແທ້ຈິງແລ້ວທ່ານຮູ້ຫຼືບໍ່ວ່າ ການເຮັດບຸນນັ້ນເຮົາຈະຕ້ອງອະທິຖານແບບໃດຈິ່ງຈະດີກັບຕົວເຮົາມື້ນີ້ ສຸຂະພາບອັບເດດພວກເຮົາຈະມາບອກວິທີອະທິຖານເວລາໄປເຮັດບຸນ ວ່າຈະຕ້ອງເຮັດແນວໃດ?

ຄຳອະທິຖານເວລາເຮັດບຸນຫຼາຍໆຄົນ ຕ້ອງຫັນໜ້າເຂົ້າຫາສິ່ງສັກສິດ ເພື່ອເປັນທີ່ຢຶດໜ່ຽວຈິດໃຈ ທ່ານຮູ້ຫຼືບໍ່ວ່າ ອະທິຖານແບບນີ້ຈິ່ງຈະດີແກ້ຕົວເຮົາມາເບິ່ງກັນເລີຍ!!

+ ຄຳອະທິຖານເວລາເຮັດບຸນຂໍບຸນຈາກ…( ເຮັດທານ,ສັງຂະທານ,ວິຫານທານ)ນີ້ ” ຈົ່ງເຖິງແກ່ : ເຈົ້າກຳນາຍເວນ ແລະ ຜູ້ປົກປັກຮັກສາຊ່ວຍເຫຼືອຂ້າພະເຈົ້າແລະຄອບຄົວທີ່ມີມາເຖິງຕົວທຸກພາກທຸກພູມ ຂໍບຸນນີ້ຈົ່ງເປັນປັດໃຈ ໃຫ້

ຂ້າພະເຈົ້າເຂົ້າເຖິງພະນິພານໃນຊາດປະຈຸບັນ ຫາກບໍ່ຮອດພຽງໃດ…ຂໍໃຫ້ຄຳວ່າບໍ່ມີບໍ່ຮູ້ໃນສິ່ງທີ່ດີ ຈົ່ງຢ່າໄດ້ປະກົດແກ່ຂ້າພະເຈົ້າ ຂໍໃຫ້ເກີດໃນພູມເຂດປະເທດທີ່ມີພະພຸດ ສາສະໜາປະດິດຢ່າງໝັ້ນຄົງ ແລະໄດ້ສຶກສາພະທຳໄດ້ຢ່າງ

ເຂົ້າໃຈທ່ອງແທ້ລຶກຊຶ່ງຕະຫຼອດຈົນກວ່າຈະເຂົ້າພະນິພານດ້ວຍເທີນ…ຂໍໃຫ້ທ່ານພະຍົມມະລາດເປັນສັກຂີພະຍານໃນການບຳເພັນບຸນຂອງຂ້າພະເຈົ້າໃນຄັ້ງນີ້ດ້ວຍເທີນ…!!!”

( ຖ້າໄດ້ອ່ານຂໍ້ຄວາມດີໆ ອັນນີ້ແລ້ວ ຂໍໃຫ້ແຊຣ ຈະເປັນການທຳທ່ານຢ່າງໜື່ງ ) ອົງສົມເດັດພະສຳມາສຳພຸດທະເຈົ້າຊົງຕັດເອົາໄວ້ວ່າ ” ການໃຫ້ທຳເປັນທານຊະນະການໃຫ້ທັ້ງປວງ ”

– ເພື່ອຫຼຸດວິບາກກຳໃຫ້ຫຼຸດລົງ ໂຫສິກຳກ່ອນແລ້ວແຜ່ເມດຕາ ອຸທິສ່ວນກຸສົນເປັນຫຼັກໃຫຍ່.

– ເພື່ອໃຫ້ເຮົາມີຊີວິດທີ່ດີຂື້ນ ຂໍໃຫ້ທ່ານເຮັດຕາມນີ້ແລ້ວຊີວິດຈະພົ້ນວິບາກ …ໄປສູ້ຮຸ່ງເຮືອງລ່ຳລວຍ

– ຄອບຄົວ ໝົດໂລກໄພ ຈົນເຖິງຊີວິດຮັກເປັນສຸກ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button