ຂ່າວທົ່ວໄປ

ພໍ່ຄໍາງາພົບກັບຍາດພີ່ນ້ອງທີ່ແຕກກັນແຕ່ປາງສົງຄາມແລ້ວພາຍຫຼັງແຍກກັນ 48 ປີ

ພາຍຫຼັງໄດ້ລົງປະກາດ ໃນວັນທີ 21 ມັງກອນ 2021 ທີ່ ພໍ່ຄໍາງາ ໄດ້ຊອກຫາຍາດພີ່ນ້ອງ ທີ່ແຕກກັນ ຕອນປາງສົງຄາມ. ມາຮອດ ວັນທີ 2 ກຸມພາ 2021 ທາງຄອບຄົວ ຂອງ ພໍ່ຄໍາງາ ໄດ້ແຈ້ງໃຫ້ຮູ້ວ່າ ທາງພີ່ນ້ອງໄດ້ຮູ້ຂ່າວ ແລະ ໄດ້ພົບກັນນີ້. ຕອນນີ້ ຄອບຄົວຂອງເພິ່ນໄດ້ພໍ້ໜ້າພໍ້ຕາກັນອີກຄັ້ງ. ປະຈຸບັນພີ່ນ້ອງເພິ່ນແມ່ນຢູ່ບ້ານ ນໍ້າປາ, ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ.

ຂໍ້ຄວາມຈາກຄອບຄົວ ພໍ່ຄໍາງາ: ສະບາຍດີແອດກ່ອນອື່ນໝົດຕ້ອງຂອບໃຈແອັດຫຼາຍທີ່ຊ່ວຍເຫຼືອລົງປະກາດຕາມຫາພີ່ນ້ອງຂອງພໍ່ໃຫ້ປະຈຸບັນພໍ່ເພິ່ນພົບເຈິພີ່ນ້ອງເພິ່ນແລ້ວ

ຫຼັງຈາກທີ່ລົງປະກາດແມ່ນທາງພີ່ນ້ອງເພິ່ນໄດ້ຕິດຕໍ່ມາຫາ ແລະ ເພິ່ນໄດ້ໄປຫາພີ່ນ້ອງເພິ່ນຕ້ອງຂໍຂອບໃຈແອັດທີ່ຊ່ວຍເຫຼືອເປັນໃຫ້ສັງຄົມຕະຫຼອດມາພໍ່ເພິ່ນຈຶ່ງໄດ້ພົບກັບພີ່ນ້ອງຂອງເພິ່ນ 😊😊🙏🙏

ສະແດງຄວາມດີໃຈກັບທາງຄອບຄົວ ທີ່ໄດ້ພົບກັນອີກຄັ້ງ, ແລະ ຂອບໃຈພະລັງໂຊຊຽວ ທີ່ເຮັດໃຫ້ຄວາມຫວັງ ທີ່ຄອງຄອຍມາ 48 ປີ ຂອງພໍ່ ຄໍາງາ ເປັນຈິງ. ຂຽນຫຼາຍກະບໍ່ໄດ້ ຊຶ້ງຈົນນໍາຕາຊິອອກ. ຊົມເຊີຍທຸກໆທ່ານ ທີ່ຊ່ວຍແຊເດີ.

ຂ່າວກ່ອນໝ້ານີ້

https://www.facebook.com/groups/2094891897451117/permalink/2824285851178381/

Related Articles

Leave a Reply

Your email address will not be published. Required fields are marked *

Back to top button