ຂ່າວທົ່ວໄປ

ເຄີຍເຫັນບໍ່ ທ່ານໝໍພົບແມ່ທ້ອງແປ ຍາວກວ່າ 2ແມັດ ມາຂັດຂວາງການຜ່າຕັດ ໃນທໍ່ນໍ້າບີພໍ່ຕູ້ໄວ 79ປີ

ຢູ່ໂຮງໝໍແຫ່ງໜຶ່ງຂອງຈັງຫວັດບຶງການ ປະເທດໄທ ມີເຫດການສຸດແປກເກີດຂຶ້ນ ທ່ານໝໍພົບແມ່ທ້ອງໃນທໍ່ນໍ້າບີຂອງພໍຕູ້ໄວ 79ປີ ເມື່ອຄີບອອກມາ ປາກົດວ່າມີຄວາມຍາວກວ່າ 2ແມັດ, ເຊິ່ງຕ້ອງຮິບເອົາແມ່ທ້ອງອອກເພາະມັນລົບກວນການຜ່າຕັດກ້ອນໜິ້ວ ຈົນສຸດທ້າຍກໍ່ນໍາໜິ້ວອອກສໍາເລັດ.

ທ່ານໝໍບອກວ່າ: ພໍ່ຕູ້ມີແມ່ທ້ອງຊະນິດນີ້ໃນຮ່າງກາຍ ສະແດງວ່າເພິ່ນກິນຊີ້ນໝູ ຫຼື ຊີ້ນງົວ ທີ່ມີເມັດສາຄູແບບສຸກໆດິບໆເຂົ້າໄປ ເຊິ່ງເມັດສາຄູ ກໍ່ຄືຖົງນໍ້າໃສນ້ອຍໆ ຂາວໆ ເບິ່ງທໍາອິດຄືກັບເມັດສາຄູ ແຕ່ໃນນັ້ນມີແມ່ທ້ອງຢູ່ທາງໃນເປັນໄລຍະຕິດຕໍ່ ຖ້າເຮົາຫຼົງກິນເຂົ້າໄປ ຫຼື ບາງຄົນກໍ່ທໍາທ່າຫຼົງເພາະກິນລາບ, ຊີ້ນສົ້ມ ແບບດິບໆ.

ເມື່ອນໍ້າກະເພາະຂອງເຮົາຍ່ອຍ ຕົວອ່ອນແມ່ທ້ອງທີ່ເຮົາກິນເຂົ້າໄປກໍ່ຈະແມນຫົວຂຶ້ນມາ ແລ້ວຄ່ອຍໆເຕີບໂຕເປັນແມ່ທ້ອງເກາະຕິດຢູ່ກັບຜະໜັງລໍາໄສ້ນ້ອຍ ມີປ້ອງຍາວອອກໄປເລື້ອຍໆ ແມ່ທ້ອງໃຫຍ່ເຕັມໄວ ຈະເຮັດໃຫ້ທ້ອງອືດ ອາຫານບໍ່ຍ່ອຍ, ເບື່ອອາຫານ, ປຸ້ນທ້ອງປວດຮາກ ແລະ ຮ່າງກາຍຊີດເຫຼືອງ.

ບາງຄົນບໍ່ກິ່ນຊີ້ນລວກ ຫຼື ຊີ້ນດິບກໍ່ບໍ່ໝາຍຄວາມວ່າຈະລອດພົ້ນຈາດແມ່ທ້ອງຊະນິດນີ້  ຖເາຫຼົງກິນໄຂ່ຂອງແມ່ທ້ອງທີ່ປົນມາກັບຜັກສົດ ຖ້າເຮົາລ້າງບໍ່ດີ ແມ່ທ້ອງໂຕອ່ອນອອກມາແລ້ວບຸທະລຸຜະໜັງລໍາໄສ້ ເຂົ້າສູ່ກະແສເລືອດກະຈາຍໄປສູ່ອະໄວຍະວະຕ່າງໆ ອາດເກີດເປັນຊີສທົ່ວຮ່າງກາຍ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button