ທ່ານ ປອ ຄຳແສນ ສີສະວົງ ບໍລິຈາກກໍ່ສ້າງຫໍພັກໃຫ້ນັກຮຽນທີ່ຂາດເຂີນ ໄດ້ຢູ່

ໃນປີ2019ທ່ານ ປອ ຄຳແສນ ສີສະວົງ ຄະນະເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ປະທານສະມາຄົມການສຶກສາພາກເອກະຊົນລາວ ຮອງປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດ

ປະທານກຸ່ມການສຶກສາແສງສະຫວັນ ໄດ້ມີໂອກາດໂອ້ລົມກັບ ທ່ານ ວົງມະນີ ເພື່ອປະຊາ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງ ຫຼວງນ້ຳທາ
ທ່ານ ວົງມະນີ ໄດ້ສະເໜີຂໍໃຫ້ ທ່ານ ປອ ຄຳແສນ ສີສະວົງ ຊ່ວຍເຫຼືອກໍ່ສ້າງຫໍພັກຍິງ-ຊາຍໃຫ້ແກ່ນັກຮຽນທີ່ທຸກຍາກຂາດເຂີນຢູ່ເມືອງ ນາແລ ແຂວງ ຫຼວງນ້ຳທາ ເຊິ່ງເປັນເມືອງທີ່ຫ່າງໄກສອກຫຼີກ ແລະ ຈັດຢູ່ໃນເມືອງທຸກຍາກຂອງແຂວງ ຫຼວງນ້ຳທາ, ຫຼັງຈາກ ທ່ານ ປອ ຄຳແສນ ສີສະວົງ ໄດ້ຮັບຂໍ້ມູນດັ່ງກ່າວກໍ່ຮີບຄົ້ນຄວ້າ ແລະ ເລີ່ມຈັດຕັ້ງລະດົມທຶນ, ເປີດຮັບບໍລິຈາກ ແລະ ໄດ້ມອບໃຫ້ໂຮງຮຽນ ນານາຊາດອົດສະຕາລີ

ເຊິ່ງເປັນໂຮງຮຽນສາຂາທີ່ຢູ່ໃນກຸ່ມການສຶກສາແສງສະຫວັນ ນຳພາໂດຍສະມາຊິກສະພານັກຮຽນ(ຕົວແທນບັນດານັກຮຽນ)ຈັດກິດຈະກຳລະດົມທຶນຕ່າງໆເຊັ່ນ: ຂາຍປີ້ຈັບສະຫຼາກ,ຈັດງານຕ່າງໆເພື່ອຂາຍປີ້ເຂົ້າງານ,ເປີດກ່ອງຮັບບໍລິຈາກຢູ່ພາຍໃນໂຮງຮຽນ,ຫຼິ້ນດົນຕີເປີດໝວກ ແລະ ກິດຈະກຳອື່ນໆອີກຫຼາຍຢ່າງ.
ນອກຈາກນີ້ຍັງມີການບໍລິຈາກວັດສະດຸການກໍ່ສ້າງ ແລະ ເງິນຈຳນວນໜຶ່ງຈາກບັນດາທ່ານຜູ້ປົກຄອງຫຼາຍຄອບຄົວ ລວມໄດ້ທັ້ງໝົດ110,000,000ລ້ານ ແລະ ອີກກວ່າ90,000,000ກີບແມ່ນທຶນບໍລິຈາກສ່ວນຕົວຈາກ ທ່ານ ປອ ຄໍາແສນ ສີສະວົງ ເພື່ອໃຫ້ງົບປະມານຂອງໂຄງການຫໍພັກ2ຫຼັງນີ້ໄດ້ຄົບຕາມກໍານົດເປົ້າໝາຍ.

ຈາກການລົງສຳຫຼວດຕົວຈິງຂອງ ທ່ານ ປອ ຄໍາແສນ ສີສະວົງ ໃນໄລຍະຜ່ານມາເຫັນວ່າໂຮງຮຽນທີ່ຫ່າງໄກສອກຫຼີກ ແລະ ຂາດເຂີນຢ່າງໜັກນັ້ນແມ່ນໂຮງຮຽນ ມ.ສ ໜອງຄຳ ຈຶ່ງໄດ້ເລືອກຊ່ວຍເຫຼືອໂຮງຮຽນດັ່ງກ່າວກ່ອນເປັນແຫ່ງທຳອິດຂອງເມືອງ, ໂຮງຮຽນດັ່ງກ່າວຕັ້ງຢູ່ບ້ານ ໜອງຄຳ ເມືອງ ນາແລ ແຂວງ ຫຼວງນ້ຳທາ.

ປັດຈຸບັນໂຄງການດັ່ງກ່າວໄດ້ເລີ່ມຕົ້ນຂັ້ນຕອນທຳອິດຂຶ້ນແລ້ວ ນັ້ນກໍ່ຄືໄດ້ສັ່ງວັດຖຸການກໍ່ສ້າງທັງໝົດໃຫ້ກັບທາງຄະນະຮັບຜິດຊອບໂຄງການຄືຫ້ອງການຊາວໜຸ່ມເມືອງ ນາແລ ເກັບຮັກສາໄວ້, ຄາດການລົງມືກໍ່ສ້າງຈະເລີ່ມຕົ້ນປະມານກາງເດືອນກຸມພາ 2021ນີ້.