ຂ່າວທົ່ວໄປ

BCEL ຮັບຟັງລູກຄ້າສະເໝີ ໄດ້ເຊີນລູກຄ້າເຂົ້າມາໂອ້ລົມກັນແລ້ວ

ຈາກກໍລະນີລູກຄ້າຊື່ ພອນເກດແກ້ວ ໄດ້ໄລ້ສົດຈົ່ມ ລົງສື່ສັງຄົມອ່ອນລາຍ ຈົນມີການແຊ ກັນສະນັ່ນ, ຕໍ່ກັບ ເງື່ອນໄຂແລະວີທີການສະແກນໃບໜ້າເຈົ້າຂອງບັນຊີ, ແລະ ການບໍລິການອື່ນໆ.

ຫຼ້າສຸດທະນາຄານການຄ້າ ກໍ່ໄດ້ຮຽນເຊີນຜູ່ກ່ຽວມາໂອ້ລົມແລະຊີ້ແຈງເຖິງຂຊ້ມູນທີ່ຖືກຕ້ອງ ໃນບ່າຍວັນທີ 5 ກຸມພາ 2021 , ພ້ອມຮັບຟັງຄໍາສະເໜີຂອງລູກຄ້າ ເພື່ອໃຫ້ຜະລິດຕະພັນແລະການບໍລິການຂອງ BCEL ດີຂຶ້ນ.

ທະນາຄານການຄ້າຍິນດີຮັບທັງຄໍາຄິດເຫັນ ຈາກທຸກທ່ານດ້ວຍ ມາລະຍາດ ແລະ ຄວາມຄິດສ້າງສັນ. ທ່ານສາມາດໂທ ສາຍດ່ວນ 1555 ຕະຫຼອດ 24 ຊົ່ວໂມງ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button