ຂ່າວຕ່າງປະເທດ

ເອົາແລ້ວ…!!!ສໍານັກຂ່າວ ສປ ຈີນ ລາຍງານ ຕໍາຫຼວດຈີນຈັບກຸມ ບຸກຄົນປອມວັກຊິນໂຄວິດ-19(ປອມ)ຈໍານວນ 3.000 ໂດສ

ສໍານັກຂ່າວຊິນຫົວ ຂອງ ສປ ຈີນ ລາຍງານ ເມື່ອບໍ່ດົນຜ່ານມານີ້ວ່າ ຕໍາຫຼວດ ຢູ່ນະຄອນຫຼວງປັກກິ່ງ ມົນທົນ ຈຽງຊູ ແລະ ມົນທົນຊາງຕົງ ໄດ້ຈັບກຸມ 80 ຄົນ ພ້ອມຍຶດເອົາຂອງກາງ ເປັນວັກຊີນໂຄວິດ-19 ປອມ ຈໍານວນ 3.000 ໂດສ

ຊຶ່ງໃຊ້ນໍ້າເກືອ ແທນວັກຊີນ ສົ່ງຂາຍໃນລາຄາແພງ, ພ້ອມກຽມສົ່ງອອກຂາຍ ໄປຕ່າງປະເທດ ກະຊວງຄວາມໝັ້ນຄົງ ຂອງ ສປ ຈີນລາຍງານຕື່ມວ່າ:

ຂະບວນການດັ່ງກ່າວ ລັກລອບຜະລິດ ມາຕັ້ງແຕ່ເດືອນ ກັນຍາ 2020, ໂດຍໃຊ້ເຂັມດູດນໍ້າເກືອ ແລ້ວອ້າງວ່າ ເປັນວັກຊີນຕ້ານໂຄວິດ ພ້ອມຈ່າວຂາຍ ໃນລາຄາສູງ ສ້າງລາຍຮັບໃຫ້ກຸ່ມຄົນດັ່ງກ່າວ ເປັນຈໍານວນເງິນມະຫາສານ.

ປະຈຸບັນ ສປ ຈີນ ກໍາລັງນໍາໃຊ້ ວັກຊີນ ຕ້ານໂຄວິດ ຈາກບໍລິສັດ ຊີໂນແວັດ ແລະ ຊີໂນຟາມ ໃຊ້ສັກໃຫ້ປະຊາຊົນພາຍໃນປະເທດ ແລະ ຍັງມີການແຈກຢາຍໄປຕ່າງປະເທດ ຕື່ມອີກ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button