ໃຜທີ່ມັກກິນຊີ້ນປາເປັນປະຈຳ ຫຼາຍໆ ຈະສົ່ງໃຫ້ຜົນຕໍ່ຮ່າງກາຍແບບນີ້

ກິນປາ ແລ້ວຈະສະຫຼາດ ເປັນປະໂຫຍດທີ່ຄຸ້ນຫູກັນດີ ແລະ ແນ່ນອນວ່າປະໂຫຍດເຫຼົ່ານີ້ຄືເລື່ອງຈີງ ນອກຈາກຈະຊ່ວຍໃນເລື່ອງຂອງການບຳລຸງສະໝອງໃຫ້ທ່ານແລ້ວນັ້ນ ຍັງເປັນແຫຼ່ງໂປຣຕີນຊັ້ນດີຢ໋ຽມມີປະໂຫຍດຕໍ່ຮ່າງກາຍ ສາມາດກິນໄດ້ທຸກເພດທຸກໄວ ປາຍັງເປັນອາຫານທີ່ຫາໄດ້ຕາມແຫລ່ງນຳ້ ແລະ ຕາມທ້ອງຕະຫຼາດ ຄຸນຄ່າທາງດ້ານໂພຊະນາການນັ້ນມີຫຼວງຫຼາຍໃນເລື່ອງໂປຣຕີນ ແຕ່ເຮົາຮູ້ກັນ ຫຼື ບໍ່ວ່າ: ກິນທຸກມື້ນີ້ມັນມີປະ ໂຫຍດແນວໃດແດ່ ຕ້ອງອ່ານບົດຄວາມລຸ່ມນີ້ເລີຍ:

+ ໂປຣຕີນທີ່ຍ່ອຍງ່າຍປາເປັນແຫຼ່ງໂປຣຕີນທີ່ຍ່ອຍງ່າຍ ໂດຍທົ່ວໄປໃນຊີ້ນປາມີໂປຣຕີນຮ້ອຍລະ 17-23 ເຊີ່ງເປັນໂປຣຕີນທີ່ຍ່ອຍງ່າຍກວ່າການກິນຊີ້ນສັດຊະນິດອື່ນໆ ຈີ່ງເຮັດໃຫ້ລະບົບຂັບຖ່າຍບໍ່ຕ້ອງເຮັດວຽກໜັກ.
+ ເສີມສ້າງຮ່າງກາຍໂປຣຕີນຍັງມີປະໂຫຍດ ຊ່ວຍຊ່ອມແຊມເນື້ອເຍື້ອ ຫຼື ສ່ວນຕ່າງໆ ແລະ ເສີມສ້າງຮ່າງກາຍໃຫ້ຈະເລີນເຕີບໂຕຕາມໄວອັນຄວນ.
+ ກົດອະມິໂນກົດອະມິໂນທີ່ຈຳເປັນຕໍ່ຮ່າງກາຍຫຼາຍຊະນິດ ໂດຍສະເພາະໄລຊີນ ແລະ ທີໂອນີນ ເຊີ່ງມີຜົນຕໍ່ການພັດທະນາສະໝອງ ແລະ ການຈະເລີນເຕີບໂຕໃນໄວເດັກ ເສີມສ້າງພູມຄຸ້ມກັນພະຍາດ ເຮັດໃຫ້ນອນຫຼັບແຈບດີ ສະໝອງເຮັດວຽກໄດ້ດີ ບໍ່ແກ່ເກີນໄວ ແລະ ຫຼຸດຄວາມຢາກແບບວ່າກິນໄດ້ຕະຫຼອດ

+ ໄຂມັນຕຳ່ ແລະ ດີເປັນໄຂມັນທີ່ຈຳເປັນຕໍ່ຮ່າງກາຍ ມີໂອເມກ້າ 3 ເຊີ່ງເປັນໄຂມັນທີ່ຈຳເປັນຕໍ່ຮ່າງກາຍ ແຕ່ເຮົາບໍ່ສາມາດສ້າງເອງໄດ້ ຊ່ວຍປ້ອງກັນການສະສົມຕົວຂອງໄຂມັນອື່ມໂຕ ຫຼ ຄໍເລັດສະເຕີລອນ ອັນເປັນເຫດໃຫ້ເສັ້ນເລືອດອຸດຕັນ ເຊີ່ງນຳໄປສູ້ໂລດຫົວໃຈ ແລະ ເສັ້ນເລືອດໃນສະມອງແຕກໄດ້.
+ ແຮ່ທາດໄອໂອດີນເມື່ອຮັບປະທານປາທະເລ ຮ່າງກາຍຈະໄດ້ຮັບແຮ່ທາດໄອໂອດີນ ເຊີ່ງມີຄຸນສົມບັດປ້ອງກັນໂລກຄໍຫອຍຊະນິດທີ່ເກິດມາຈາກການຂາດທາດໄອໂອດີນ ເດັກນ້ອຍທີ່ກຳລັງຈະເລີນເຕີບໂຕຫາກຂາດທາດຊະນິດນີ້ ໂອກາດທີ່ຈະເປັນພາວະປັນຍາອ່ອນກໍ່ມີຫຼາຍຂື້ນ ແລະ ຍັງເຮັດໃຫ້ຮ່າງກາຍຈະເລີນເຕີບໂຕຊ້າ.
+ ແຮ່ທາດໃນປາໂຕນ້ອຍໆທີ່ກິນເຂົ້າໄປທັງກະດູກ ຊ່ວຍເພີ່ມທາດແຄຣຊ່ຽມ ປ້ອງກັນໂລກກະດູກຜຸ໋ຍ ແລະ ກະດູກຫັກງ່າຍໄດ້ ນອກຈາກນີ້ ວິຕາມີນເອ ແລະ ວິຕາມີນດີ ( ເຊີ່ງມີຫຼາຍໃນນຳ້ມັນຕັບປາ) ລວມທັງວິຕາມີນ 1,2 ແລະ ໄນອາຊີນ ເຖີງແມ່ນຈະມີໃນປະລິມານໜ້ອຍ ແຕ່ວິຕາມີນເຫຼົ່ານີ້ລ້ວນນມີຄວາມຈຳເປັນຕໍ່ຮ່າງກາຍໂດຍສະເພາະສະໝອງຂອງເຮົາ.