ຂ່າວທົ່ວໄປ

ເຂດເລືອກຕັ້ງເມືອງ:ຫ້ວຍຊາຍແຂວງບໍ່ແກ້ວ ທ່ານ ປທ ເຣັ່ງລີ ຈົງເຕັງນ້ໍາເບີ 2

ເຂດເລືອກຕັ້ງເມືອງ:ຫ້ວຍຊາຍແຂວງບໍ່ແກ້ວ ທ່ານ ປທ ເຣັ່ງລີ ຈົງເຕັງນ້ໍາເບີ 2

ທ່ານ ປທ ເຊິ່ງລື ຈົ່ງເຕັງ, ວັນ, ເດືອນ, ປີເກີດ: 2 07 / 1984. ເກີດທີ່ບ້ານ ຈອມຈຸກ, ເມືອງ ຫ້ວຍ ຊາຍ, ແຂວງ ບໍ່ແກ້ວ, ຊົນເຜົ່າ:ມົ້ງ, ສາສະຫນາ: ຖືຜີ; ທີ່ຢູ່ປະຈຸບັນ: ບ້ານ ຫ້ວຍຊາຍໃຕ້,ເມືອງຫ້ວຍຊາຍ,ແຂວງບໍ່ແກ້ວ ຊັ້ນຕໍາແຫນ່ງ ແລະ ຫນ້າທີ່ຄວາມຮັບຜິດຊອບ: ຄະນະຫນ່ວຍພັກ, ຮອງເລຂາຄະນະບໍລິຫານງານຊາວຫນຸ່ມ ປະຊາຊົນ ປະຕິວັດລາວ ແຂວງບໍ່ແກ້ວ. ລະດັບການສຶກສາສາມັນ ມໍ 6. ລະດັບວິຊາສະເພາະ: ປະລິນຍາໂທ, ສາຂາວິຊາ: ປັດຊະຍາ ມາກ-ເລນິນ. ລະດັບທິດສະດີການເມືອງ: ຂັ້ນສູງ. ວັນ, ເດືອນ, ປີ ເຂົ້າລັດຖະກອນ: 01 / 10 / 2010. ວັນ, ເດືອນ, ປີ ເຂົ້າພັກສົມບູນ: 25 / 08 / 2016.

ການເຄື່ອນໄຫວໂດຍຫຍໍ້ໃນແຕ່ລະໄລຍະ

1992 – 1997 ຮຽນຈົບຊັ້ນປະຖົມຢູ່ໂຮງຮຽນປະຖົມສົມບຸນ ປາກຮາວໃຕ້, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ.

1997 – 2000 ຮຽນຈົບຊັ້ນມັດທະຍົມຢູ່ໂຮງຮຽນມັດທະຍົມສົມບູນ ທົ່ງແສງຈັນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ.

2000 – 2003 ຮຽນຈົບມໍປາຍຢູ່ໂຮງຮຽນມໍປາຍຫ້ວຍຊາຍ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ.

2003 – 2008 ຮຽນຈົບປະລິນຍາຕີວິຊາສະເພາະສາຂາ: ນິຕິສາດ (ກົດຫມາຍ), ຢູ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດນະຄອນຫຼວງວຽງຈັນ.

2009 ເປັນພະນັກງານ ວິຊາການ ຢູ່ອົງການແນວລາວສ້າງຊາດແຂວງ ບໍ່ແກ້ວ.

2010 – 2012 ເປັນພະນັກງານ ວິຊາການ ຢູ່ສະພາປະຊາຊົນ ແຂວງບໍ່ແກ້ວ.

2012 – 2016 ເປັນຮອງຫົວຫນ້າຂະແຫນງວິຊາການຕາມຂົງເຂດ, ຢູ່ສະພາປະຊາຊົນແຂວງ ບໍ່ແກ້ວ.

2016 – 2018 ເປັນຫົວຫນ້າຂະແຫນງຍຸຕິທໍາ, ສັງກັດຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ສະພາປະຊາຊົນແຂວງບໍ່ແກ້ວ.

2018 – ໄປຍົກລະດັບຄົ້ນຄວ້າປະລິນຍາໂທ ທິດສະດີ ການເມືອງ-ການປົກຄອງ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດນະຄອນຫຼວງວຽງຈັນ.

2020 ຈົບປະລິນຍາໂທ ການເມືອງ – ການປົກຄອງ, ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ນະຄອນຫຼວງວຽງຈັນ.

2020 – ປະຈຸບັນ ເປັນຄະນະຫນ່ວຍພັກ, ຮອງເລຂາຄະນະບໍລິຫານງານຊາວຫນຸ່ມ ປະຊາຊົນ ປະຕິວັດລາວ ແຂວງບໍ່ແກ້ວ.

ອົງການສະເຫນີ: ຄະນະບໍລິຫານງານຊາວຫນຸ່ມ ປະຊາຊົນ ປະຕິວັດລາວ ແຂວງບໍ່ແກ້ວ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button