5 ສະໝູນໄພຊ່ວຍກະຕຸ້ນພູມຄຸ້ມກັນ, ກຳຈັດສານຜິດອອກຈາກຮ່າງກາຍເຮັດໃຫ້ມີສຸຂະພາບແຂງແຮງ

ພືດສະໝູນໄພທຳມະຊາດທຫຼາຍຊະນິດທີ່ມີສັບພະຄຸນອອກລິດຕໍ່ຕ້ານ ແລະ ກຳຈັດສານຜິດເຊື້ອພະຍາດຕ່າງໆ ທີ່ເຂົ້າສູ່ຮ່າງກາຍເຮົາ ແລະ ຍັງຊ່ວຍຕ້ານອະນຸມູນອິດສະຫຼະ ຖອນຜິດໄຂ້ໃນຮ່າງກາຍຊ່ວຍໃນຂະບວນການລ້າງສານຜິດໃນເລືອດ ກະຕຸ້ນການສ້າງເມັດເລືອດແດງ ເມັດເລືອດຂາວ ເກັດເລືອດ ຟອກເລືອດໃຫ້ສະອາດ ຟື້ນຟູການເຮັດວຽກຂອງຕັບຈາກການດື່ມເຫຼົ້າ, ສານເຄມີ, ສານປຸງແຕ່ງຈາກອາຫານ, ເຮັດໃຫ້ຮູ້ສືກສົດຊື່ນ, ເຮັດໃຫ້ຮ່າງກາຍແຂງແຮງ.

5.ອັນດັບທີ5:
ນຳ້ໝາກນາວເປັັນຢາລົດສົ້ມ ແກ້ໄອ, ນຳ້ລາຍໝຽວ, ບຳລຸງເລືອດ ເຮັດໃຫ້ເຊົາຈາກສຽງແຫບແຫ້ງ ລະງັບຄວາມຮ້ອນໃນຮ່າງກາຍໄດ້ ຢົດລົງໃນນຳ້ຊາອຸ່ນຈິບ ຈະຮູ້ສືກໂລ່ງໃນລຳຄໍ ແລະ ຫຼອດລົມ ປ້ອງກັນການເປັນຫວັດໄດ້ອີກດ້ວຍ.

4.ອັນດັບທີ 4:
ຂີ້ໝີ້ນເປັນສະໝູນໄພພື້ນຖານທີ່ໃຊ້ຮັກສາອາການອັກເສບອະໄວຍະວະຕ່າງໆມາຫລາຍຮ້ອຍປີ ຖ້າກີນຂີ້ໝີ້ນຜົງລະລາຍລົງໃນນຳ້ເຜິ້ງເປັນຢາບຳລຸງປອດ, ຮັກສາແຜອັກເສບໃນປອດ ຫຼື ຕົ້ມເປັນນຳ້ສະໝຸນໄພລວມມີ,ຫົວສີໄຄ, ຫົວຫອມ, ຂີ້ໝີ້ນ, ຈິບອຸ່ນໆເຊົາຈາກໄຂ້ຫວັດໄວຫຼາຍ.
3.ອັນດັບທີ 3:
ພິກໄທຄວນກີນພິກໄທເປັນເຄື່ອງປຸງແຕ່ງໃນອາຫານ ເຊັ່ນ: ຕົ້ມເຂົ້າ, ແກງຈືດຕ່າງໆ ,ຖ້າປະລິມານພິກໄທຫຼາຍເກີນໄປ ອາດລະຄາຍເຄືອງຕໍ່ກະເພາະອາຫານ ເຮັດໃຫ້ເຈັບກະເພາະ ແຕ່ເປັນຢາກຳຈັດໄຂມັນສ່ວນເກີນກະຕຸ້ນການເຜົາຜານໄຂມັນໄດ້ອີກດ້ວຍ.

2.ອັນດັບທີ 2:
ຂີງລົດຊາດເຜັດຮ້ອນມີນຳ້ມັັນຫອມລະເຫີຍເປັນປະໂຫຍດຕໍ່ຫົວໃຈ, ປອດ, ໄລ່ລົມໃຫ້ຄວາມອົບອຸ່ນໃນຍາມທີ່ໜາວ ກີ່ນຫອມເຮັດໃຫ້ຫາຍໃຈສະດວກຂື້ນ ກີນນຳ້ຂີງອຸ່ນໆ ປະສົມນົມຮ້ອນໆບຳລຸງຮ່າງກາຍບຳລຸງປອດ

1.ອັນດັບ1 :
ໝາກຂາມປ້ອມຊາວອີນເດຍຈັດໃຫ້ໝາກຂາມປ້ອມເປັນໝາກໄມ້ທີ່ສາມາດຕ້ານການແກ່ສະລາ ໃນຄຳພີແພດບູຮານມີຂ່າວເຖິງສັບພະຄຸນຂອງໝາກຂາມປ້ອມໄວ້ວ່າ ກີນເຂົ້າແລ້ວກີນໝາກຂາມປອມໃສ່ສາມາດບຳບັດພະຍາດທັ້ງຫຼາຍທັ້ງປວງ ມີລົດຫວານ ລົດເຢັນ ລົດຝາດ ລົດແຫ້ງ ໝາກຂາມປ້ອມເປັນໝາກໄມ້ທີ່ອຸດົມໄປດ້ວຍສັບພະຄຸນຫຼາຍກວ່າໝາກອື່ນໆ.
