ຂ່າວທົ່ວໄປ

ປີ 2020 ຜ່ານມາ ລາວ ໂທລະຄົມ ມອບພັນທະໃຫ້ລັດຖະບານ 308,4ຕື້ກີບ

ວັນທີ 05 ກຸມພາ 2021 ທີ່່ສຳນັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປະຈຳປີ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍມີ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ພ້ອມດ້ວຍຜູ້ແທນ ຈາກ ລລທ ສູນກາງ, ລລທ ສາຂາແຂວງທົ່ວປະເທດ, ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ແລະ ບໍລິສັດ T-Plus ແລະ ແຂກຖືກເຊີນ ທັງໝົດ 231 ທ່ານ.

ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່່ອນໄຫວວຽກງານດຳເນີນທຸລະກິດໃນປີ 2020 ແລະ ທິດທາງແຜນການໃນປີ 2021 ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ ລາວ ໂທລະຄົມ ສາມາດຍາດມາໄດ້ໃນໜຶ່ງປີຜ່ານມາ ເປັນຕົ້ນແມ່ນ: ໄດ້ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມມີມູນຄ່າທັງໝົດ 31,7 ລ້ານໂດລາສະຫະລັດ; ປັດຈຸບັນມີສະຖາ ນີມືຖືທັງໝົດ 8.729 ສະຖານີ ໃນນີ້: GSM 2G ຈໍານວນ 1.938 ສະຖານີ, 3G ຈໍານວນ 3.135 ສະຖານີ, 4G ຈໍານວນ 3.019 ສະຖານີ, 4,5G ຈໍານວນ 629 ສະຖານີ ແລະ 5G ຈຳນວນ 8 ສະຖານີ (ມີສັນຍານໂທລະສັບມືຖືຄວບ ຄຸມໄດ້ທົ່ວປະເທດ, ກວມປະຊາກອນ 72%, ໃນນັ້ນ 4G ກວມ 67%), IPCore/IPRAN 1.589 ສະຖານີ ແລະ FTTH ຈຳນວນ 74.345 Ports ກວມ 15,76% ຂອງຫຼັງ ຄາເຮືອນໃນເຂດເທດສະບານ.

ທັງໝົດນີ້ ໄດ້ກາຍເປັນປັດໃຈຫຼັກທີ່ພັກດັນໃຫ້ ລາວ ໂທລະຄົມ ສາມາດຂະຫຍາຍຖານລູກຄ້າໃໝ່ ແລະ ຮັກສາຈຳ ນວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນຄົງ, ມາຮອດປັດຈຸ ບັນມີລູກຄ້າໃຊ້ໂທລະສັບມືຖືໃນລະ ບົບຈໍານວນ 1.4 ລ້ານເລກໝາຍ, ໂທລະສັບຕັ້ງໂຕະ 31 ພັນເລກໝາຍ, ໂທລະສັບວິນໂຟນ 274 ພັນເລກໝາຍ ແລະ ອິນເຕີເນັດ 1.2 ລ້ານລູກຄ້າ; ໃນປີ 2020 ຜ່ານມາສາມາດສ້າງລາຍຮັບໄດ້ທັງ ໝົດ 1.758,4 ຕື້ກີບ (ລວມອາກອນ), ໃນນັ້ນມີກໍາໄລສຸດ ທິ 197,5 ຕື້ກີບ; ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດຈຳນວນ 308,4 ຕື້ກີບ, ເຊິ່ງກວມເອົາອັດຕາ ສ່ວນ 17,5% ຂອງລາຍຮັບທີ່ ລາວ ໂທລະຄົມ ປະຕິບັດໄດ້ໃນປີ 2020, ນອກຈາກນັ້ນ ຍັງໄດ້ປັບປຸງລະບຽບ, ນະໂຍ ບາຍສະຫວັດດີການສັງຄົມຕ່າງໆເພື່ອຍົກສູງລະດັບຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂຶ້ນເລື້ອຍໆ ໄປຄຽງຄູ່ກັບການດໍາເນີນທຸລະກິດຍັງໄດ້ປະກອບ ສ່ວນຊ່ວຍເຫຼືອ ແລະ ໃຫ້ການອຸປະຖຳຕໍ່ອົງການຈັດຕັ້ງພັກ-ລັດ ແລະ ສັງ ຄົມເປັນມູນຄ່າ 5,4 ຕື້ກ່ວາກີບ ໃນນັ້ັ້ັນອັນພົ້ນເດັ່ນໄດ້ຊຸກຍູ້ລັດຖະບານໃນການຄວບຄຸມ ແລະ ຕ້ານພະຍາດ COVID-19 ມູນຄ່າ 2 ຕື້ກວ່າກີບ, ຍັງໄດ້ສະໜອງອຸປະ ກອນ ແລະ ສັນຍານອິນເຕີເນັດສຳລັບການຮຽນທາງໄກ, ກອງປະຊຸມທາງໄກຂອງອົງການຈັດຕັ້ງພັກ-ລັດຖະບານຈຳ ນວນໜຶ່ງໃນມູນຄ່າ 7,9 ຕື້ກ່ວາກີບ.

ສ່ວນແຜນການປີ 2021 ນີ້, ລາວ ໂທລະຄົມ ຈະສູ້ຊົນສ້າງຖານລູກຄ້າໃໝ່ໃຫ້ເພີ່ມຂຶ້ນ 3 ລ້ານກວ່າເລກໝາຍ ແລະ ສ້າງລາຍຮັບໃຫ້ໄດ້ທັງໝົດ 1.832,3 ຕື້ກີບ (ລວມອາກອນ), ທຽບໃສ່ປີ 2020 ເພີ່ມຂຶ້ນ 4,2% ຄາດຄະເນກໍາໄລສຸດທິໃຫ້ໄດ້ 292,3 ຕື້ກີບ ເພີ່ມຂຶ້ນ 47,9% ແລະ ຄາດ ຄະເນວ່າຈະສາມາດປະຕິບັດພັນທະໃຫ້ລັດຖະບານຈຳນວນ 321,52 ຕື້ກີບ; ນອກຈາກນັ້ນຍັງຈະໄດ້ລົງທຶນທັງໝົດ 35,3 ລ້ານໂດລາສະຫະລັດ ເພື່ຶອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ ໂດຍສະເພາະແມ່ນ Mobile Broadband and Fixed Broadband ໃຫ້ຮັບປະກັນໃຫ້ແກ່ການບໍລິການລູກຄ້າທາງດ້ານປະລິມານ ແລະ ຄຸນນະພາບ, ຂໍ້ມູນມີຄວາມປອດໄພ ແລະ ເປັນລະບົບທັນສະໄໝເພື່ອຮັບປະກັນໃຫ້ແກ່ການບໍລິການສັງຄົມ ທັງໝົດເຫຼົ່ານີ້ກໍ່ເພື່ອໃຫ້ບັນລຸຕາມແຜນຍຸດທະສາດ ແລະ ວິໃສທັດກ້າວໄປສູ່ຍຸກ Lao Digital Life.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button