ສັບພະຄຸນ“ດອກແຄ” ຄຸນປະໂຫຍດທາງຢາ ຈົນຄາດບໍ່ເຖິງ

ສັບພະຄຸນ“ດອກແຄ” ຄຸນປະໂຫຍດທາງຢາ ຈົນຄາດບໍ່ເຖິງ ກົດອ່ານເບິ່ງເລີຍ…

*ລັກສະນະພືດສາດ : ຕົ້ນດອກແຄເປັນໄມ້ຢືນຕົ້ນ ມີຄວາມສູງ 5-15 ມ, ເຮືອນຍອດໂລ່ງ, ໜ້າຕ້າງພຽງເອິກ 25-48 ມ. ກິ່ງງ່າອ່ອນ, ໃບ ແລະ ກ້ານພົ້ວດອກ ເປັນສີເຫຼືອງ-ໝົ່ນ ແລະ ມີຂົນ.ໃບເປັນໃບປະສົມ ມີ 4 ໃບ ຫາ 8 ຄູ່, ຍາວ 30-55 ຊມ, ເປັນຄື້ນ; ໃບຄູ່ທຳອິດຂ້ອນຂ້າງນ້ອຍ ແລະ ມົນກວ່າ ໃບຢູ່ສ່ວນປາຍ. ພົ້ວດອກຍາວ ປະມານ 40 ຊມ, ປະກອບດ້ວຍ 4 ຫາ 10 ດອກ.ດອກຈູມ ເປັນຮູບກະບອກ ມີກິ່ນຫອມ ແລະ ມີເສັ້ນສີຂີ້ໝ້ຽງແກມຊົມພູ. ໝາກເປັນຝັກ ມີຂະໜາດ 30-70 x 2-4.5 ຊມ ແລ້ວແຕກອອກເປັນສອງງີມ. ແກ່ນມີຂະໜາດ 3-5 x 1-1.3 ຊມ, ເປັນຮູບຈວຍ ແລະ ມີປີກຢູ່ສອງສົ້ນ.
ແຄປ່າ (Markhamia stipulata var. stipulata and var. kerri Sprague ສາມາດຈຳແນກຈາກພັນອື່ນໄດ້ ດ້ວຍຂອບໃບເປັນແຂ້ວຕື້ນໆຂອງມັນ; ສ່ວນແຄເຫຼືອງ var. pierrii ມີດອກຂ້ອນຂ້າງແດງ.

*ການນຳໃຊ້ : ເປືອກຖາກແລ້ວອົມ ດີປາກເປັນກ່າງ, ແຊ່ເປືອກກິນ ເປັນຢາດີເຫຼືອງ ແລະ ດອກກິນໄດ້ມີລົດຊາດຂົມ ເປັນອາຫານທີ່ນິຍົມຂອງຄົນລາວ ແຕ່ເໝືອເຖິງໃຕ້ ແລະ ຄົນທາງພາກອີ່ສານຂອງປະເທດໄທກໍ່ນິຍົມກິນດອກ.
ການປຸງແຕ່ງດອກເປັນອາຫານມີຫຼາຍແບບຫຼາຍວິທີຄື: ໝື່ງດອກແລ້ວຊຸບ, ຕໍາໃສ່ໝາກເຜັດ, ຕໍາໃສ່ຂີງແລ້ວຂົ້ວ ຫຼື ຝັກຊີ້ນໝູປົນກັບເສັ້ນລ້ອນ ແລະ ໄຂ່ແລ້ວໝື່ງກາຍເປັນອາຫານທີ່ແຊບ ແລະ ໝາກອ່ອນຂອງມັນກໍ່ໃຊ້ເປັນອາຫານໄດ້ຄືກັນ.