ຂ່າວທົ່ວໄປ
ແມ່ຕູ້ຂັບລົດ 10 ລໍ້,ອາຍຸບໍ່ແມ່ນອຸປະສັກ ຖ້າໃຈມັນຮັກມັກແມ່ຕູ້ອາຍຸ75ປີມີອາຊີບຂັບລົດພ່ວງ

ກາຍເປັນເລື່ອງລາວສຸດຮືຮາທີ່ເອີ້ນຮອຍຍິ້ມ ແລະຖືກເວົ້າເຖິງກັນເປັນຈຳນວນຫຼາຍໃນໂລກອອນໄລໃນຕອນນີ້

ຫລັງຈາກຜູ້ໃຊ້ເຟສບຸ໊ກຄົນຫນຶ່ງ ໄດ້ອອກມາເຜີຍແຜ່ເລື່ອງລາວຂະນະທີ່ຕົນເອງກຳລັງແວະພັກຮັບປະທານອາຫານຢູ່ພ້ອມຄລິປວິດີໂອເຜີຍໃຫ້ເຫັນແມ່ຕູ້ອາຍຸ 75 ປີ ທ່ານຫນຶ່ງ ທີ່ກຳລັງຈະຂຶ້ນລົດພ່ວງເພື່ອຂັບລົດພ່ວງຂະໜາດໃຫຍ່ ໂດຍໄດ້ລະບຸຂໍ້ຄວາມວ່າ ແວະກິນເຂົ້າພົບແມ່ຕູ້ 75 ປີ ຂັບລົດມາ 40 ປີຍັງມີດີກວ່ານີ້ບໍ່?

ຫລັງຈາກໄດ້ມີການເຜີຍແພ່ເລື່ອງລາວນີ້ອອກໄປ ຕ່າງກໍ່ມີຊາວໂຊຊຽວເຂົ້າມາສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ

ໂດຍສ່ວນໃຫຍ່ເຂົ້າມາສະແດງຄວາມຊື່ນຊົມແມ່ຕູ້ເຖິງແມ່ນວ່າຈະອາຍຸຫຼາຍແລ້ວ

ແຕ່ກໍ່ບໍ່ມີບັນຫາໃນການເຮັດອາຊີບທີ່ຕົນເອງຮັກມັກສາຍຕາຍັງດີ ທຳງານຢ່າງມີຄວາມສຸກ ຂັບມານານ 40 ປີ
