ເຂດເລືອກຕັ້ງທີ 9ແຂວງຊຽງຂວາງ ທ່ານ ລາວປາວຊົ່ງ ນະວົງໄຊນ້ໍາເບີ 1
ທ່ານ ລາວປາວຊົ່ງ ນະວົງໄຊ; ວັນ, ເດືອນ, ປີເກີດ: 03/01/1969. ເກີດທີ່: ບ້ານນ້ໍາຄຽນ, ເມືອງຮົ່ມ, ແຂວງໄຊສົມບູນ, ຊົນເຜົ່າ ມົ້ງ, ສາສະຫນາ: ຜີ. ທີ່ຢູ່ປັດຈຸບັນ: ບ້ານນາລ້ອມ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ຊັ້ນຕໍາແຫນ່ງ ແລະ ຫນ້າທີ່ຮັບຜິດຊອບ: ກໍາມະການສູນກາງພັກ, ຮອງປະທານສະຖາບັນວິທະຍາສາດສັງຕົມແຫ່ງຊາ.
ລະດັບການສຶກສາສາມັນ: ມັດທະຍົມຕອນປາຍ; ລະດັບວິຊາສະເພາະ: ປະລິນຍາໂທ ວິຊາ ການປົກຄອງ. ລະດັບທິດສະດີການເມືອງ, ຂັ້ນສູງ. ວັນ, ເດືອນ, ປີ ເຂົ້າລັດຖະກອນ: 01,01.2002. ວັນ, ເດືອນ, ປີ ເຂົ້າພັກສົມບູນ: 20.02.1998

ການເຄື່ອນໄຫວໂດຍຫຍໍ້ໃນແຕ່ລະໄລຍະ:
1978- 1983 ຮຽນຈົບປະຖົມປໍລ້ອງຊານ; 1983-1989 ຮຽນອຸດົມຢູ່ອຸດົມແລກ 9 ເມືອງລ້ອງຊານ;
1990-1995 ເປົ້ນກໍາມະກອນສ້ອມແປງກົນຈັກ ຢຸໂຕງການລາວ 89/550, ພັດທະນາຊົນນະບົດຮອບດ້ານ ແລະ ລຶບລ້າງການປູກຝິ່ນ ຢູ່ເມືອງຮົ່ມ ແຂວງວຽງຈັນ;
1996-2001 ຮຽນວິຊາສະເພາະປະລິນຍາຕີ ກົດຫມາຍຍຸຕິທໍາ ຫຼື ນິຕິສາດ ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະນິຕິສາດລັດຖະສາດ ດອນນົກຂຸ້ມ, ນະຄອນຫຼວງວຽງຈັນ;
2002 ເປັນວິຊາການ ຄຸ້ມຄອງລະບົບຍຸຕິທໍາ ຢູ່ພະແນກຍຸຕິທໍາ ເຂດພິເສດໄຊສົມບູນ;
2002-2006 – ເປັນຜູ້ພິພາກສາ ປະທານຄະນະສານອາຍາ ຂອງສານປະຊາຊົນເຂດພິເສດໄຊສົມບູນ ເປັນຮອງຫົວຫນ້າກຸ່ມບ້ານເມືອງພູນເກົ່າ;
2006-2007 – ກໍາມະການພັກເມືອງໄຊສົມບູນ, ປະທານສານປະຊາຊົນ ເມືອງໄຊສົມບູນ, ຫົວຫນ້າກຸ່ມບ້ານອ່າວ;
2007-2010 ເປັນກໍາມະການພັກເມືອງກາສີ, ປະທານສານປະຊາຊົນ, ເມືອງກາສີ, ເປັນເລຂາຄະນະພັກຮາກຖານ, ຫົວຫນ້າຈຸດ.ສຸມກຸ່ມບ້ານນຸ່ງຫຼັກ ເປັນນາຍບ້ານ ບ້ານຜາຫຼັກ, ເມືອງກາສີ, ແຂວງວຽງຈັນ;
2010ເປັນຮອງເລຂາພັກເມືອງ, ຮອງເຈົ້າເມືອງໄຊສົມບູນ ແຂວງວຽງຈັນ;
2010-2012 ເປັນກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ເມືອງໄຊສົມບູນ, ແຂວງວຽງຈັນ;
2012-2013 ເປັນກໍາມະການພັກແຂວງວຽງຈັນ, ຫົວຫນ້າພະແນກຍຸຕິທໍາ ແຂວງວຽງຈັນ;
2013-2016 ເປັນຮອງເລຂາພັກແຂວງ, ຮອງເຈົ້າແຂວງໄຊສົມບູນ, ຊີ້ນໍາວຽກງານຂົງເຂດວັດທະນາທໍາສັງຄົມ;
2016-2017 ກໍາມະການສໍາຮອງສູນກາງພັກ, ຮອງເລຂາພັກແຂວງ, ຮ້ອງເຈົ້າແຂວງໄຊສົມບູນ;
2017-2019 ເປັນນັກສຶກສາຄົ້ນຄວ້າປະລິນຍາໂທກການປົກຄອງ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາຕ
2020-ປະຈຸບັນ ເປັນກໍາມະການສູນກາງພັກ, ເປັນຮອງປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາຕ,
ອົງການສະເຫນີ: ຄະນະປະຈໍາສະພາແຫ່ງຊາດ.