5 ຂໍ້ຄິດໃນການໃຊ້ເງິນ ບໍ່ເປັນໜີ້ແລະຍັງມີເງິນເກັບເງິນອອມພ້ອມ

1. ຢ່າຮຽນແບບຄົນອື່ນ
ຄົງປະຕິເສດບໍ່ໄດ້ວ່າ ເຮົາທຸກຄົນຍ່ອມມີຄວາມຢາກໄດ້ ຢາກມີ ຢາກຮຽນແບບຄົນອື່ນໂດຍສະເພາະຮຽນແບບດາຮາ ຄົນດັງເຊັ່ນ ໃຊ້ຂອງມີຍີ່ຫໍ້ລາຄາແພງ ກິນອາຫານແພງໆແຕ່ງຕົວຫຣູຫຣາ ທ່ອງທ່ຽວຕ່າງແດນ ແລະອື່ນໆອີກຫລາກຫລາຍແຕ່ເຖິງແບບໃດກໍ່ຕາມ ສິ່ງທີ່ເຮົາບໍ່ຄວນລືມຄື ຖານະທາງການເງິນ ຂອງຕົວເຮົາວ່າສາມາດໃຊ້ເງິນໄດ້ ຂະຫນາດໃດ ໃຊ້ແບບນີ້ໄດ້ ຫລື ບໍ່ຄວາມຕ້ອງການໃນສ່ວນນີ້ ເພາະຈະສ້າງບັນຫາໃຫ້ ເຮົາບໍ່ຈົບສິ້ນຢ່າງແນ່ນອນ ດັ່ງນັ້ນ ເຮົາຈຶ່ງຄວນທີ່ຈະນຶກເຖິງຄວາມຈິງຂອງຕົວເຮົາໄວ້ສະເຫມີ ແລະ ຫາກຢາກລ່ຳລວຍມີກິນມີໃຊ້ກໍ່ຄວນຮູ້ຈັກປະຫຍັດ ອົດອອມ ແລະ ບໍ່ໃຊ້ຈ່າຍເງິນເກີນຕົວພໍໃຈໃນສິ່ງທີ່ເຮົາມີ ຢ່າໃຫ້ຄວາມຢາກມາທຳຮ້າຍເຮົາໄດ້ເລີຍເດີຈ່ະ
2. ລົງທຸນເມື່ອສຶກສາຈົນຮັບຄວາມສ່ຽງໄດ້
ສະໄຫມນີ້ ການລົງທຸນບໍ່ແມ່ນ ເລື່ອງຍາກອີກຕໍ່ໄປເພາະໂລກເຮົານັ້ນ ແຄບລົງດ້ວຍເທັກໂນໂລຍີຕ່າງໆທີ່ເຮັດໃຫ້ຂ່າວສານສົ່ງເຖິງກັນໄດ້ຢ່າງວ່ອງໄວແລະດ້ວຍຄວາມສະດວກ ວ່ອງໄວນີ້ແຫລະ ທີ່ເຮັດໃຫ້ໂອກາດໃນການລົງທຸນນັ້ນ ເປີດກວ້າງຂຶ້ນ ເຮັດໃຫ້ຫລາຍໆຄົນໄດ້ມີໂອກາດລອງ ລົງທຸນກັບທຸລະກິດ ຫລື ກິດຈະການຕ່າງໆເຊິ່ງບາງຄົນ ກໍ່ປະສົບຄວາມສຳເລັດບາງຄົນກໍ່ລົ້ມເຫວ ແຕ່ເຖິງຢ່າງນັ້ນການລົງທຸນກໍ່ບໍ່ແມ່ນສິ່ງທີ່ເປັນຕາຢ້ານເລີຍແຕ່ຢ່າງໃດກໍ່ຕາມ ຫາກແຕ່ພຽງເຮົາຕ້ອງສຶກສາໃຫ້ຮູ້ແຕ່ບໍ່ແມ່ນວ່າພຽງມີຄວາມຮູ້ແລ້ວຈະພໍພຽງເຮົາຄວນ ລະນຶກໄວ້ສະເຫມີວ່າການລົງທຸນມີຄວາມສ່ຽງ ເພາະສະນັ້ນ ນອກຈາກມີຄວາມຮູ້ແລ້ວເຮົາຍັງຄວນຈະສຶກສາເຖິງຄວາມສ່ຽງຂອງສິ່ງທີ່ເຮົາຈະລົງທຸນນັ້ນ ພ້ອມວ່າເປັນແບບໃດແລະເມື່ອສຶກສາ ຈົນຮັບຄວາມສ່ຽງນັ້ນໄດ້ແລ້ວຈຶ່ງຄ່ອຍ ລົງທຸນຈະດີກວ່າ
3. ຕັ້ງເປົ້າຫມາຍແລະວາງແຜນເລື່ອງການເງິນໃຫ້ຊັດເຈນ
ເປົ້າຫມາຍ ຄືສິ່ງທີ່ຈະສະແດງເຖິງຜົນລັບທີ່ເຮົາຕ້ອງການວ່າເປັນແບບໃດ ເຊັ່ນກັນກັບການໃຊ້ເງິນຂອງເຮົາຫາກເຮົາມີເປົ້າຫມາຍແລະການວາງແຜນການເງິນທີ່ດີກໍ່ເຮັດໃຫ້ເບິ່ງອອກວ່າ ເຮົາຄວນໃຊ້ເງິນ ແລະ ອອມເງິນເທົ່າໃດໂດຍບໍ່ກະທົບກັບການ ໃຊ້ຊີວິດແລະຍັງສາມາດຕໍ່ຍອດໄປ ໃນອະນາຄົດຂອງເຮົາໄດ້ອີກຊຶ່ງເປົ້າຫມາຍແລະແບບແຜນການເງິນທີ່ຊັດເຈນນີ້ ເຮັດໃຫ້ຄົນປະສົບຄວາມສຳເລັດມານັດຕໍ່ນັດແລ້ວ
4. ວິໄນ ຄືສິ່ງສຳຄັນທີ່ຕ້ອງມີສະເຫມີ
ການມີວິໄນຄື ສິ່ງສຳຄັນທີ່ຈະຊີ້ໄດ້ວ່າເຮົາຈະເປັນຫນີ້ຫລືມີເງິນໃຊ້ເລີຍທີດຽວ ເພາະຫລັງຈາກມີເປົ້າຫມາຍ ແລະ ມີແບບແຜນນີ້ແລ້ວ ວິໄນ ຕົວນີ້ແຫລະທີ່ຈະເປັນຕົວເຮັດ ໃຫ້ເຮົາໄປເຖິງ ເປົ້າຫມາຍທີ່ຫວັງໄວ້ໄດ້ຫລາຍທີ່ສຸດວາງແຜນໄວ້ຢ່າງຄົບຖ້ວນ ເມື່ອເຖິງກຳຫນົດ ເຮົາກໍ່ຈະເຖິງເປົ້າຫມາຍຢ່າງແນ່ນອນ
5. ເລິກເສຍເງິນດ້ວຍອາລົມ ແຕ່ຈົ່ງໃຊ້ຈ່າຍໃຫ້ຄູຸ້ມຄ່າ
ຂໍ້ນີ້ ຫລາຍໆຄົນຄົງເຄີຍເປັນ ໂດຍສະເພາະສາວໆທີ່ມັກຈະໃຊ້ ການຊ໋ອບປິ໋ງ ເປັນການລະບາຍອາລົມລົດຄວາມຄຽດ ຊິ່ງນີ້ແຫລະ ຄືສິ່ງທີ່ຈະເຮັດໃຫ້ບໍ່ມີເງິນໃຊ້ໄດ້ງ່າຍທີ່ສຸດ ເພາະການໃຊ້ອາລົມຕັດສິນໂດຍບໍ່ຜ່ານການຄິດໃຫ້ດີ ອາດຈະເຮັດໃຫ້ຈ່າຍໄປຢ່າງລືມຕົວໄດ້ ຈົນບາງເທື່ອ ຕູດບັດເຄຣດິດ ຈົນເປັນໜີ້ກອງໃຫ່ຍຂຶ້ນມາກໍ່ໄດ້ ແທນທີ່ຈະຜ່ອນຄາຍກັບກາຍເປັນເພີ່ມບັນຫາ ໃຫ້ຕົວເອງອີກຊ້ຳດັ່ງນັ້ນກ່ອນ ການໃຊ້ຈ່າຍໃນທຸກໆຄັ້ງຄວນຈະຄິດໃຫ້ຮອບຄອບກ່ອນທຸກຄັ້ງ ເພື່ອໃຫ້ການໃຊ້ຈ່າຍຂອງເຮົາທຸກຄັ້ງນັ້ນຄຸ້ມຄ່າທີ່ສຸດ
ອ່ານແລ້ວ ຮູ້ສຶກວ່າບົດຄວາມນີ້ດີ ມີປະໂຫຍດ ກໍ່ຢ່າລືມກົດແຊຮ໌ເກັບໄວ້