ຂ່າວທົ່ວໄປ

ໂຈນ!​ ປຸ້ນຮ້ານຄຳ ໄດ້ຄຳ 38ບາດ ແຕ່ສຸດທ້າຍຖຶກຈັບໄດ້ ຍ້ອນກະເປົາເຮ່ຍ

ເມື່ອວັນທີ 2 ກຸມພາຜ່ານມາ ໄດ້ເກີດເຫດຄົນຮ້າຍບຸກດ່ຽວຊີງຄຳລວມມູນຄ່າກວ່າ 9 ແສນບາດໃນຮ້ານຄຳແຫ່ງໜື່ງຢູ່ກຸງເທບ ປະເທດໄທ ຄົນຮ້າຍສວມໝວກປິດໜ້າປິດຕາຢ່າງດີ ປຸ້ນສຳເລັດໄດ້ຄຳໄປ 38 ບາດ

ແຕ່ກັບບໍໄດ້ໃຊ້ຄຳພາຍຫຼັງເຮັດກະເປົາເຮ່ຍລະຫວ່າງທາງຫຼົບໜີ.ຄົນຮ້າຍລາຍນີ້ພາຍຫຼັງປຸ້ນຄຳແລ້ວໄດ້ແລ່ນໜີອອກຈາກຈຸດເກີດເຫດຢ່າງໄວທີ່ສຸດ ໂດຍຂີ່ລົດຈັກຮອນດ້າພີຊີເອັກອອກເປັນພາຫະນະ ຈາກນັ້ນຜູ້ເສຍຫາຍໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່.

ເມື່ອຮັບລາຍງານແລ້ວເຈົ້າໜ້າທີ່ໄດ້ຮີບຮ້ອນແກະຮອຍຈາກກ້ອງວົງຈອນປິດຕາມເສັ້ນທາງທີ່ຄົນຮ້າຍໃຊ້ຫຼົບໜີພົບວ່າ ລະຫວ່າງທາງໂຈນລາຍນີ້ໄດ້ເຮັດກະເປົາເຮ່ຍ  ພໍໄປເປີດເບິ່ງໃນກະເປົາມີເອກະສານລະບຸຊື່ຜູ້ກໍ່ເຫດໄວ 38 ປີ ພ້ອມທີ່ຢູ່ບ້ານເມືອງຕະຫຼອດຮອນເລກທີເຮືອນຢ່າງຊັດເຈນ ຈິ່ງນຳເອົາເອກະສານໄປກວດສອບຮູ້ວ່າ ຜູ້ທີ່ລົງມືກໍ່ເຫດເຄີຍເປັນພະນັກງານໃນໂຮງແຮມແຫ່ງໜຶ່ງ.

ເມື່ອຮູ້ລາຍລະອຽດກໍ່ບໍ່ມີຫຍັງຫຼາຍ ນຳເຈົ້າໜ້າທີ່ເຂົ້າລ້ອມຈັບທັນທີ ໃນຂະນະທີ່ທ້າວໂຈນກຳລັງໄປລີ້ຢູ່ກ້ອງຕົ້ນໄມ້ພ້ອມລົດຄັນທີ່ໃຊ້ເປັນພາຫະນະໃນການກໍ່ເຫດ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button