ສາລະໜ້າຮູ້

ສັບພະຄຸນ ຂອງຕົ້ນສາແລ

ຕົ້ນສາແລ ເປັນລັກສະນະພືດສາດລຳຕົ້ນເປັນລຳເລືອ, ລຳຕົ້ນກົມ, ພາກສ່ວນອ່ອນເປັນສີຂຽວ, ພາກສ່ວນແກ່ເປັນສີຂາວ ຫຼື ສີເທົາ. ດອກເກີດກ່ອນໃບ, ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບຫອກ, ກ້ວາງ 4.5-5.8 ຊມ, ຍາວ 8.5-12.7 ຊມ, ໂຄນໃບແຫຼມ, ຂອບເປັນແຂ້ວເລື່ອຍເລັກນ້ອຍ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຫູໃບ, ຮູບສາມຫຼ່ຽມ ຫຼື ຮູບຫອກ, ຜິວກ້ຽງ. ກ້ານໃບກົມ, ຍາວ 1-1.3 ຊມ, ສີຂຽວ.

ໃຊ້ເປັນອາຫານ: ຍອດອ່ອນນຳໄປແກງ ຫຼື ຫຼວກກັບແຈ່ວ. ດອກສະແລໃຊ້ເປັນຜັກໃຊ້ປຸ່ງແກງໄດ້ຫຼາຍແບບເຊັ່ນ: ໃສ່ແກງສົ້ມ, ແກງໃສ່ປາ, ກະດູກໝູ ແລະ ອື່ນໆ, ນອກຈາກນີ້ແລ້ວຍັງສາມາດນຳມາຫຼວກກິນກັບແຈ່ວໄດ້.

ສັບພະຄຸນທາງການຢາ: ມີຄຸນປະໂຫຍດຕໍ່ສຸຂະພາບເຊິ່ງປະກອບໄປດ້ວຍເສັ້ນໄຍ, ແຄລຊຽມ, ຟອສຟໍຣັດ, ວິຕາມິນຊີ, ວິຕາມິນບີ1 ແລະ ວິຕາມິນບີ 2

ອ້າງອີງ : phakhaolao.​Com

Related Articles

Leave a Reply

Your email address will not be published. Required fields are marked *

Back to top button