ຈີນໄດ້ບໍລິຈາກຢາວັກຊິນຕ້ານພະຍາດໂຄວິດ-19 ໃຫ້ປະເທດກຳປູເຈຍ

ມາຮອດແລ້ວ ! ຍົນທະຫານ ຖ້ຽວບິນພິເສດ ຈາກ ສປ ຈີນ ເພື່ອບໍລິຈາກ ວັກຊີນຕ້ານໂຄວິດ-19 Sinovac ຈາກ Chinese Sinopharm ລ໋ອດທໍາອິດ ຈໍານວນ 600.000 ໂດສ ໄດ້ເດີນທາງມາຮອດ ປະເທດກໍາປູເຈຍ ໃນວັນອາທິດ ທີ່ 07.02.2021.

ວັກຊີນດັ່ງກ່າວ ຈະສັກໃຫ້ຜູ້ເຮັດວຽກແຖວໜ້າ ທີ່ມີຄວາມສ່ຽງ ຢູ່ປະເທດກໍາປູເຈຍ ໂດຍບໍ່ໄດ້ເສຍຄ່າ ປະກອບມີ ແພດໝໍ, ຄູອາຈານ, ຄົນຂັບລົດຕຸກໆ, ແທັກຊີ້, ຍາມ, ທະຫານຕໍາຫຼວດ ແລະ ຜູ້ເກັບຂີ້ເຫຍື້ອ.
