ສາລະໜ້າຮູ້

ຄວາມຮູ້ລ້ວນໆ…!!! ສູດເລັ່ງຮາກ ” ຕົ້ນໄຜ່ ” ເພື່ອເອົາໄປປູກ ໃຫ້ອອກພາຍໃນ 4 ວັນ ໄດ້ຜົນແນ່ນອນ 100 %

+ ເຄັດລັບສູດເລັ່ງຮາກໄຜ່ພາຍໃນ 4 ວັນເຫັນຜົນແນ່ນອນ

– ເບິ່ງແຍງຮັກສາງ່າຍໆບໍ່ຍຸ້ງຍາກ

– ໃຫ້ຜົນຕອບແທນໄລຍະເວລາອັນສັ້ນ ( ປະມານ 8 ເດືອນ ຫຼັງປູກ )

– ມີບັນຫາເລື່ອໂລກ ແລະ ແມງໜ້ອຍ

– ຜົນຜະລິດເປັນທີ່ຕ້ອງການຂອງຕະຫຼາດຢ່າງຫຼວງຫຼາຍ

– ເກັບກ່ຽວຜົນຜະລິດໄດ້ຕະຫຼອດປີ

+ ວິທີເຮັດ

– ເລືອກກິ່ງໄຜ່ທີ່ມີຂະໜາດເສັ້ນຜ່າສູນກາງປະມານ 2-3 ຊມ ຈາກນັ້ນເຮັດການຕັດຕົ້ນໄຜ່ໃຫ້ເຫຼືອໂດຍໃຊ້ຂໍ້ດ້ານລຸ່ມໄວ້ສຳລັບອອກຮາກ ແລະ ຂໍ້ດ້ານເທິງໄວ້ສຳລັບແຕກຍອດ

– ກຽມຖົງສຳລັບປູກພ້ອມໃສ່ດິນກຽມໄວ້ໃຫ້ຮຽບຮ້ອຍ

– ຕໍ່ໄປຈະເປັນການເຜີຍສູດເດັດເຄັດລັບສຳລັບເລັ່ງນຮາກເລັ່ງຍອດທີ່ທຸກຄົນຄາດບໍ່ເຖິງນັ້ນຄື ການນຳກະປິ ແລະ ເຄື່ອງດື່ມຊູກຳລັງມາປະສົມກັນ ໂດຍໃຊ້ກະປິ 1 ບ່ວງໂຕະຕໍ່ເຄື່ອງດື່ມຊູກຳລັງ 1 ບ່ວງຊາ ປະສົມໃຫ້ເຂົ້າກັນ

– ຈາກນັ້ນນຳສ່ວນປະສົມທີ່ໄດ້ໃສ່ຖົງສຳລັບປູກໂດຍໃສ່ປະມານ 1 ບ່ວງຊາ ເທົ່ານັ້ນບໍ່ດັ່ງນັ້ນຕົ້ນໄຜ່ອາດຕາຍໄດ້

– ຈາກນັ້ນຫົດນໍ້າ ບຳລຸງຮັກສາຕົ້ນໄຜ່ປົກກະຕິແລ້ວນຳກິ່ງໄຜ່ທີ່ຕັດກຽມໄວ້ມາປັກຊຳລົງໃນຖົງປູກ

– ເມື່ອຜ່ານໄປ 4 ວັນ ຈະພົບວ່າກິ່ງໄຜ່ທີ່ຊຳໄວ້ມີຮາກແທງຂຶ້ນຫຼາຍ ແລະ ມີຍອດທີ່ຈະເລີນເຕີບໂຕໄດ້ໄວກວ່າເກົ່າ

+ ສູດນີ້ບໍ່ພຽງໃຊ້ໄດ້ກັບປັກຊຳກິ່ງໄຜ່ພຽງຢ່າງດຽວ

ສາມາດນຳໄປເລັ່ງຮາກເລັ່ງຍອດຂອງພືດຊະນິດອື່ນໆທີຍາກຈະປັກຊຳໄດ້ເຊັ່ນ: ປັກຊຳກິ່ງຜັກຂະ, ປັກຊຳກິ່ງບົວລະພາ ໄດ້ໝົດທຸກກິ່ງພັນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button