ຂ່າວທົ່ວໄປ

ຊົມເຊີຍສາວຄູ…!!!ເຖິງຈະເປັນອາສາສະໝັກ ກໍ່ບໍ່ເຄີຍທໍ້ຖອຍເພາະໃຈມັກ ທ່າມກາງອາກາດອັນເໜັບໜາວ 2-3 ອົງສາ

ຂອບໃຈສາວຄູ ສອນເພັດ ພອນປະເສີດ (ແຫຼ້), ຄູອະນຸບານອາສາສະໝັກ ຜູ້ເສຍສະຫຼະທີ່ຍິ່ງໃຫຍ່ ບ. ພູຮວງ, ມ. ຊຳໃຕ້, ຂ. ຫົວພັນ

ທ່າມກາງອາກາດອັນເໜັບໜາວ ອຸນະພູມ 2-3 ອົງສາ ແລະ ນ້ຳໝອກກົ້ວທົ່ວບໍລິເວນໂຮງຮຽນ, ເດັກນ້ອຍນັກຮຽນຄົນໜຶ່ງຫາຍອອກໄປຈາກຫ້ອງຮຽນ ເຮັດໃຫ້ສາວຄູແຫຼ້ຊອກຫາ ແນມໄປທົ່ວຫ້ອງບໍ່ເຫັນ ກໍເລີຍແນມອອກໄປນອກຫ້ອງ ແລະແລ້ວກໍເຫັນນັກຮຽນຊາຍໃນຊຸດເສື້ອໂສ້ງຢືດຂາສັ້ນສີຂຽວເຫຼືອງ ນັ່ງ ສັ່ນໜາວຝີງໄຟແກ້ໜາວຢູ່ກາງເດີ່ນໂຮງຮຽນ.

ຄຳບັນຍາຍ ແລະ ພາບ ທີ່ສາວຄູແຫຼ້ໄດ້ໂພສລົງໃນເຟສບຸກ ໃນວັນທີ 5 ມັງກອນ 2021 ເປັນໂຕຈຸດປະກາຍໃຫ້ ສອນດາລິນ (ສດລ) ຊອກຫາຂໍ້ມູນ ແລະ ຫາທາງຈະໄປຊ່ວຍ ສດລ ໄດ້ສົ່ງຂໍ້ຄວາມຫາລາວ ເພື່ອສອບຖາມສະພາບ ແລະ ຄວາມຕ້ອງການຂອງໂຮງຮຽນ.

ເມື່ອໄດ້ຂໍ້ມູນເບື້ອງຕົ້ນ, ກໍ່ເລົ່າໃຫ້ໝູ່ອະດີດນັກສຶກສາອົສຕາລີ (Redlipstick)ຟັງ ແລະ ບັນດາໝູ່ກໍ່ບໍ່ລໍຊ້າຟ້າວສຸມກຳລັງສະໝອງ ພ້ອມຮີບໂຮມປັດໃຈ ແລະ ອຸປະກອນ ເພື່ອໄປມອບຄວາມອົບອຸ່ນໃຫ້ເດັກນ້ອຍ.

ສາວຄູແຫຼ້ ເປັນຄູອະນຸບານທີ່ໄດ້ອຸທິດຕົນເປັນຄູອາສາເປັນເວລາ 3ປີ. ຖິ່ນຖານຈາກຕົວເມືອງຊຳໃຕ້ ຕ້ອງໄປປະຈຳການຢູ່ ໂຮງຮຽນພູຮວງ. ບ້ານພູຮວງແມ່ນບ້ານຊົນເຜົ່າມົ້ງ ຊຶ່ງຕັ້ງຢູ່ຍອດພູສູງ, ຫ່າງຈາກຕົວເມືອງ 20ກມ. ເສັ້ນທາງ 15ກມ ແມ່ນທາງປູຢາງສະດວກສະບາຍ, ແຕ່ອີກ 5ກມ ແມ່ນເປັນທາງຍ່າງພູສູງຊັນ ແລະ ລົດໃຫຍ່ເຂົ້າບໍ່ເຖິງ.

ໄທເມືອງຊຳເພິ່ນບອກວ່າ “ທາງພຽງເມັດ” (ແປວ່າທາງຢາງດີໝົດແລ້ວທາງພຽງບໍ່ມີ ມີແຕ່ທາງພູ). ສດລ, ເອື້ອຍສຸກີ້ ແລະ ຄະນະ ໄດ້ສຳຜັດມາເອງແລ້ວ ຈົນບໍ່ຢາກກັບລົງມາ ເພາະຄວາມຫວາດສຽວເກີນບັນຍາຍ ກັບການຂີ່ລົດຈັກລຽບເລາະທາງໜ້າຜາສູງຊັນ ກ້ວາງບໍ່ເກີນ 1,2ມ.

ຄວາມຮູ້ສຶກທຽບກັບການຂີ່ລົດໄຟເຫາະຕີລັງກາກໍບໍ່ປານ ເພາະບໍ່ມີໝວກກັນນ໊ອກ ແລະ ສາຍແອວນິລະໄພ ນອກຈາກການຊ່ວຍໂຕເອງ ດ້ວຍການອ່ຽງໂຕເຂົ້າແຄມໃນໃຫ້ໄດ້ຫຼາຍທີ່ສຸດ ແລະ ເກາະແອວຄົນຂັບລົດໃຫ້ແໜ້ນທີ່ສຸດ. ເກາະແອວກໍ່ຕ້ອງເອົາແບບພໍດີງາມ ເພາະຢ້ານວ່າຈັບແໜ້ນຫຼາຍ ກໍຢ້ານເພິ່ນກະດຽມຕົກໃຈ ຈົນຫຼົງບິດຄັນເລັ່ງລ້ຽວລົງໜ້າຜາ.

ສາວຄູແຫຼ້ຕ້ອງໄດ້ນອນປະຈຳຢູ່ຫໍພັກຮ່ວມກັບຄູຊາຍອີກ 2ຄົນ. ສາວຄູອາສາ ພາທົວຫ້ອງພ້ອມບັນຍາຍໄປຍິ້ມຫົວໄປ. ເຮືອນໄມ້ຫຼັງນ້ອຍຂັ້ນຫ້ອງນອນດ້ວຍຜ້າກັ້ງ ເປັນຫໍພັກໃຫ້ສາວຄູແຫຼ້ ວັນຈັນ – ສຸກ.

ເຮືອນພັກຂອງຄູເອີ້ນວ່າຄົບວົງຈອນຢູ່ໃນຫ້ອງດຽວ ແບບ Ensuite (ຫ້ອງນອນ, ຫ້ອງຮັບແຂກ ແລະ ເຮືອນຄົວ) ແລະ ສວນຜັກຫຼັງບ້ານ. ອ້າວໆໆ….ແລ້ວຫ້ອງນ້ຳໄປໃສ. ຄຳຕອບ: ຫ້ອງນ້ຳແມ່ນເອົາທີ່ສະບາຍໃຈ ເພາະເລາະໃສ່ປຸ໋ຍໄດ້ທົ່ວທຸກໜ່ວຍພູສຸດສາຍຕາ ແລ້ວແຕ່ກຳລັງຂາຈະພາໄປ ແລະ ກຳລັງໃຈໄລ່ຕີໝູ.

ເວລາໄປຫ້ອງນ້ຳຕ້ອງພົກພາອາວຸດຄູ່ກາຍ “ໄມ້ພິຄາດ” ເອົາໄວ້ປ້ອງກັນໝູ ແລະ ຝູງສັດ ທີ່ແຫ່ຮວມກັນມາເປັນກຳລັງໃຈໃນການເບັ່ງ. ລະບົບລະບາຍນ້ຳເສຍໃນຄົວເຮືອນແມ່ນບໍ່ເປັນໃຫ້ຫ່ວງ ເພາະຄວາມຊັນຂອງໜ່ວຍພູຊ່ວຍລະບາຍນ້ຳຕາມທຳມະຊາດ.

ຍິ່ງໄປກວ່ານັ້ນ, ນ້ຳໃຊ້ແມ່ນບໍ່ມີຫຼາຍ ເພາະອາໃສພຽງແຕ່ນ້ຳລິນຈຸດດຽວຢູ່ກາງໝູ່ບ້ານ. ສາວຄູອາສາຍິ້ມຫົວຄິກໆ ແລ້ວເວົ້າຄ່ອຍໆວ່າ “ບາງທີນ້ອງກໍບໍ່ອາບນ້ຳ 3ມື້”. ສດລ ຄິດໃນໃຈວ່າ “ຕາຍ…..ຜູ້ແສ້ຜູ້ສາວ 55. ເອື້ອຍກະຍັງບໍ່ຄ່ອຍອາບ ເພື່ອຊ່ວຍປະຢັດນ້ຳ”

ອາຫານການກິນກໍ່ແມ່ນເກັບເອົາຜັກຢູ່ສວນຫຼັງບ້ານ, ພ້ອມເຂົ້າສານ, ໄຂ່ ແລະ ໝີ່ສຳເລັດຮູບມາແຕ່ບ້ານພໍ່ແມ່. ເມນູອາຫານແມ່ນມີຫຼາກຫຼາຍ: ມື້ກ່ອນແມ່ນຕົ້ມໝີ່ໃສ່ໄຂ່, ມື້ນີ້ແມ່ນຕົ້ມໄຂ່ໃສ່ໝີ່ ແຖມໃສ່ຜັກກາດດອກ ຈາກສວນຫຼັງບ້ານ ເພື່ອເພີ່ມສານອາຫານ, ສີສັນ ແລະ ຄວາມຫວານໃຫ້ນ້ຳແກງ.

ສາວຄູອາສາມີກີ່ຕ່ຳຫູກທີ່ເຮັດດ້ວຍມືເພິ່ນເອງ (ເຂົ້າຫຼີ້ມໄມ້ກະຍັງປີ້ນທາງ) ເປັນເພື່ອນຮູ້ໃຈ ຕັ້ງໄວ້ປາຍບ່ອນນອນ. ກີ່ຕຳ່ຫູກຄູ່ໃຈເປັນເຄື່ອງມືສ້າງລາຍໄດ້ຫຼັງຈາກໂມງສອນໃນຕອນຄ່ຳ ແລະ ຕອນເຊົ້າ ໂດຍອາໃສ ແສງໄຟໜຶ່ງດວງຢູ່ກາງເຮືອນ. ເພິ່ນຮັບຟືມສິ້ນມາຈາກຕະຫຼາດ, ຮັບຕ່ຳຫົວສິ້ນໄໝມ້ອນ ແລະ ຕ່ຳຜືນສິ້ນພ້ອມ.

ເຖິງວ່າສະພາບການຈະບໍ່ເອື້ອອຳນວຍເຕັມ 100, ຄູອາສາກໍ່ເອົາໃຈໃສ່ນຳພານັກຮຽນອະນຸບານຮຽນໜັງສືເກີນ 100. ຄູອາສາໄດ້ພະຍາຍາມຮຽນພາສາເຜົ່າມົ້ງ ເພື່ອສອນ ແລະ ສື່ສານກັບນັກຮຽນ ຈົນເຮັດໃຫ້ເດັກນ້ອຍນັກຮຽນຕິດຄູ ແລະ ຮັກຄູອາສາຄົນນີ້.

ອາຄານຫ້ອງຮຽນອະນຸບານທຳມະດາ ແອ້ມຝາໄມ້ແປ້ນ, ມຸງດ້ວຍສັງກະສີ, ພື້ນດິນປູດ້ວຍສາດ ເປັນບ່ອນທີ່ຄູ ແລະ ນັກຮຽນນ້ອຍ ໃຊ້ຊີວິດຮ່ວມຮຽນຮ່ວມສອນທຸກໆມື້.

ຄູອາສາກໍ່ຕົບແຕ່ງຫ້ອງຮຽນໃຫ້ມີສີສັນ ດ້ວຍການຫ້ອຍພວງມະໄລເຈ້ຍໜັງສືພິມ ເຮັດໃຫ້ເດັກນັກຮຽນໄດ້ມີບັນຍາກາດມ່ວນເພີດເພີນກັບການຮຽນ.

ຂອບໃຈນ້ຳໃຈເສຍສະຫຼະຂອງສາວຄູອາສາສະໝັກ ທີ່ສູ້ຊົນເພື່ອອະນາຄົດຂອງເດັກນ້ອຍ. ພວກເອື້ອຍ ຂໍເປັນກຳລັງໃຈນ້ອຍໆໃຫ້ນ້ອງ ແລະ ຂໍອວຍພອນໃຫ້ນ້ອງໄດ້ມີໂອກາດເຂົ້າເປັນລັດຖະກອນ ຕາມທີ່ນ້ອງຄາດຫວັງ ໄວໆເນີ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button