ຂ່າວທົ່ວໄປ

ເຈົ້າໜ້າທີ່ ແຂວງ​ໄຊ​ຍະ​ບູ​ລີ​ໄດ້ເຂົ້າກັກຕົວກຸ່ມແກ້ງຂະບວນການຂົນສົ່ງ ແລະ ຄ້າ-ຂາຍຢາເສບຕິດ ສາມາດກັກຕົວຜູ້ຖືກຫາໄດ້ 04 ຄົນ

ໃນຄັ້ງວັນທີ 07 ກຸມພາ 2021ນີ້,

ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍລິຄໍາໄຊ ສົມທົບກັບ ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ

ໄດ້ເຂົ້າກັກຕົວກຸ່ມແກ້ງຂະບວນການຂົນສົ່ງ ແລະ ຄ້າ-ຂາຍຢາເສບຕິດ ທີ່ຈະລໍາລຽງຂົນສົ່ງໄປປະເທດໃກ້ຄຽງ, ສາມາດກັກຕົວຜູ້ຖືກຫາໄດ້ 04 ຄົນ,

ພ້ອມຂອງກາງຢາເສບຕິດ ປະເພດ ເຮໂລອິນ 600 ແທ່ງ ນໍ້່າໜັກ 231 ກິໂລກຼາມ ແລະ ຢາບ້າ 4.000 ເມັດ ,

ມາສືບສວນ-ສອບສວນຂະຫຍາຍຜົນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ. ລະອຽດສາມາດຮັບຊົມ ແລະ ຮັບຟັງໄດ້ໄວໆນີ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button