ໃຜຫຼາຍຄົນທີ່ມີບັນຫາຂີ້ແຮ້ດຳ ໃຊ້ໂຄໂລນຊ່ວຍແລ້ວກໍ່ຍັງບໍ່ຂາວຂຶ້ນ ເຮົາມາລອງໃຊ້ສູດທຳມະຊາດລອງເບິ່ງ ລອງເຮັດເບິ່ງທຸກວິທີທາງກ່ອນ ຢ່າຟ້າວຖອດໃຈ ເພາະຂີ້ແຮ້ດຳມັນແມ່ນບັນຫາໃຫຍ່ ແລະ ຂາດຄວາມໝັ້ນໃຈສຸດໆເລີຍແມ່ນບໍ່? ໂດຍສະເພາະແມ່ຍິງ ເອົາເປັນວ່າເຮົາບໍ່ເວົ້າຫຍັງຍາວ ເຮົາມາຮູ້ສູດແກ້ໄຂບັນຫາຂີ້ແຮ້ດຳເລີຍດີກວ່າ
+ ດ້ວຍໝາກແຕງ : ວິທີການຄືໃຫ້ນຳໝາກແຕງມາຊອຍເປັນປ່ຽງບາງໆແລ້ວນຳໄປທາບໍລິເວນຂີ້ແຮ້ດຳ ຫຼື ນຳໝາກແຕງໄປປັ່ນແລ້ວຄັ້ນເອົານ້ຳແລ້ວນຳມາທາ ປະມານ 10-15 ນາທີ ແລ້ວຄ່ອຍລ້າງອອກດ້ວຍນ້ຳອຸ່ນ
+ ນຳມັນຝຮັ່ງມາບົດໃຫ້ລະອຽດ ນຳມາຂັດໆ ຖູໆ ເບົາໆ ບໍລິເວນຂີ້ແຫ້ ແລ້ວປະໄວ້ຈົນແຫ້ງປະມານ 10-15 ນາທີ ແລ້ວຄ່ອຍລ້າງອອກດ້ວຍນ້ຳອຸ່ນ
+ ໝາກນາວ : ໃຫ້ນຳໝາກນາວມາເຄິ່ງໜ່ວຍ ແລ້ວກໍ່ທາທີ່ຂີ້ແຮ້ໄດ້ ຈາກນັ້ນໃຊ້ນ້ຳສະອາດລ້າງອອກ ໝາກນາວຈະຊ່ວຍກຳຈັດຄາບເຊລຜິວທີ່ດ່າງດຳອອກໄປ ເຮັດໃຫ້ຂີ້ແຮ້ເຮົາຄ່ອຍໆຂາວຂຶ້ນຢ່າງເປັນທຳມະຊາດ
+ ນົມ : ໃຊ້ນົມຈືດ 2 ບ່ວງແກງ ແລະ ນົມສົ້ມ 1 ບ່ວງແກງ ປະສົມໃຫ້ເຂົ້າກັນ ແລ້ວນຳມາຂັດໆ ຖູໆ ທີ່ບໍລິເວນນັ້ນ ແລ້ວປະໄວ້ປະມານ 15 ນາທີ ແລ້ວຄ່ອຍລ້າງອອກດ້ວຍນ້ຳເຢັນ
+ ໝາກຂາມປຽກປະສົມນໍ້າເຜີ້ງ : ໃຊ້ໝາກຂາມປຽກມາປະສົມກັບນ້ຳເຜິ້ງພຽງເລັກໜ້ອຍນ້ອຍໆ ແລ້ວທາຖີ້ມໄວ້ປະມານ 10 ນາທີຈຶ່ງລ້າງອອກ ເຮັດເປັນປະຈຳ ຈະຊ່ວຍເຮັດໃຫ້ຜິວສ່ວນນັ້ນຂາວນຽນໃສຂຶ້ນຢ່າງເຫັນໄດ້ຊັດເຈນ.
ຄົນໃດທີ່ບໍ່ມັກໃຫ້ຂີ້ແຮ້ດຳ ກໍ່ລອງນຳເອົາສູດໃດສູດໜຶ່ງທີ່ກ່າວມາຂ້າງເທິງນີ້ໄປເຮັດລອງເບິ່ງເດີ້ ອາດຈະຊ່ອຍໄດ້.