ຂ່າວທົ່ວໄປ

​ຊົມເຊີຍ! ຣັດເຊຍ ຊ່ວຍເຫຼືອນ້ຳມັນພືດ 134 ໂຕນ ເພື່ອມອບໃຫ້ປະຊາຊົນຂອງບັນດາແຂວງພາກໃຕ້ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

🔥​🔥​ຊົມເຊີຍ! ຣັດເຊຍ ຊ່ວຍເຫຼືອນ້ຳມັນພືດ 134 ໂຕນ ເພື່ອມອບໃຫ້ປະຊາຊົນຂອງບັນດາແຂວງພາກໃຕ້ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ໃນວັນທີ 8 ເດືອນກຸມພາ ປີ 2021, ເອກອັກຄະລັດຖະທູດສະຫະພັນຣັດເຊຍປະຈຳລາວ ທ່ານ ວລາດີມີຣ ກາລີນິນ ຮ່ວມກັບຜູ້ຕາງໜ້າຂອງອົງການອາຫານໂລກ (WFP) Jan Delbaere ໄດ້ມີສ່ວນຮ່ວມໃນການຈັດສົ່ງເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາໃນນະຄອນຫຼວງວຽງຈັນ (ນໍ້າມັນພືດ 134 ໂຕນ),

ສະໜອງໂດຍຣັດເຊຍໂດຍຜ່ານອົງການ UN WFP ດ້ວຍທຶນຈັດສັນໂດຍກະຊວງສຸກເສີນຣັດເຊຍ ແລະ ມີຈຸດປະສົງເພື່ອໃຫ້ການຊ່ວຍເຫລືອປະຊາຊົນຂອງບັນດາແຂວງພາກໃຕ້ ຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ແລະ ໄພພິບັດທາງທຳມະຊາດອື່ນໆ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button