ສັບພະຄຸນຜັກຕຳນິນ ! ບຳລຸງສາຍຕາ, ບຳລຸງກະດູກ, ບຳລຸງເລືອດ,ປ້ອງກັນມະເຮັງ

ທ່ານຮູ້ບໍ່ວ່າພືດຜັກທີ່ຢູ່ອ້ອມຂ້າງທ່ານມີສັບພະຄຸນຫຼາຍຢ່າງທີ່ທ່ານອາດຄາດບໍ່ເຖິງ ດັ່ງຜັກຕໍານິນທີ່ບອກເລີຍວ່າປູກງ່າຍ ແລະ ເກີດງ່າຍ ຫຼາຍໆຄົວເຮືອນຄົງມີໄວ້ຢູ່ຕາມຮົ້ວເຮືອນຢ່າງແນ່ນອນ.

ຜັກຕໍານິນເປັນສະໝຸນໄພ, ຜັກທໍາມະຊາດ ທີ່ມີສັບພະຄຸນຫຼາກຫຼາຍຕໍ່ຮ່າງກາຍຂອງຄົນເຮົາ ໃນການແກ້ທ້ອງອືດ, ຂັບລົມ ບໍາລຸງສາຍຕາ, ປົວຫຼອດລົມອັກເສບ, ເບົາຫວານ ແກ້ແມງໄມ້ກັດຕອດ, ບໍາລຸງກະດູກ, ແຂ້ວ, ປ້ອງກັນມະເຮັງ, ຫຼຸດນໍ້າຕາໃນເລືອດ, ບໍາລຸງເລືອດ, ຫຼຸດໄຂ້ ຮັກສາບາດແຜ
ທີ່ສໍາຄັນຮາກຂອງຜັກຕໍານິນສາມາດຊ່ວຍບໍາລຸງສາຍຕາ, ແກ້ອາການປວດແອວ, ຮັກສາ ແລະ ກະຊັບມົດລູກໃນສະຕີ ຜູ້ທີ່ມີລູກຍາກກໍຈະມີງ່າຍຂຶ້ນ, ແກ້ການເສື່ອມທາງສະມັດຕະພາບທາງເພດຂອງຜູ້ຊາຍ, ປັບອາລົມ ແລະ ຈິດໃຈໃຫ້ສະໝໍ່າສະເໝີບໍ່ງຸດງິດງ່າຍ.
ໂອໂຫ້ ສັບພະຄຸນດີໆທັງນັ້ນ ເຊິ່ງນອກເຮົາຈະໃຊ້ຜັກຕໍານິນມາປຸງແຕ່ງອາຫານການກິນ ແລ້ວ ເຮົາກໍສາມາດປຸງແຕ່ງຮາກຂອງຜັກຕໍານິນມາເປັນຢາໄວ້ກິນເພື່ອບໍາລຸງຮ່າງກາຍເຮົາໄດ້ອີກ.

ໂດຍກຽມ ຮາກຕໍານິນ: ຕ້ອງເປັນຮາກຜັກຕໍານິນທີ່ຢູ່ໃຕ້ດິນ (ບໍ່ແມ່ນຮາກທີ່ເຫັນຢູ່ໜ້າດິນ) ຕົ້ນທີ່ມີອາຍຸຫຼາຍຮາກກໍຈະໃຫຍ່ຄ້າຍຄືຫົວໂສມ ແລະ ຍິ່ງອາຍຸຫຼາຍຍິ່ງແກ່ ຍິ່ງມີສັບພະຄຸນຫຼາຍ; ນໍ້າເຜິ້ງ ແລະ ເຫຼົ້າຂາວ ມາໄວ້ເພື່ອປຸງແຕ່ງ.
ວິທີການເຮັດ ທໍາອິດນໍາເອົາຮາກຕໍານິນມາຂູດເອົາຜິວທາງນອກອອກ ແລ້ວຕາກແດດໃຫ້ແຫ້ງ, ເມື່ອແຫ້ງແລ້ວຕ້ອງນໍາມາປຸງເລີຍຢ່າຄ້າງໄວ້ຫຼາຍມື້ ຫ້າມໃຫ້ຖືກຝົນເດັດຂາດເພາະຈະເກີດເຊື້ອລາ ແລະ ເສີຍສັບພະຄຸນແລ້ວກໍຈະໃຊ້ບໍ່ໄດ້.
ຈາກນັ້ນນໍາມາຊອຍເປັນທ່ອນໃສ່ໃນແກ້ວ, ຕຸກຫຍັງກໍໄດ້ທີ່ມີໃນບ້ານ … ໃສ່ໃຫ້ເຕັມແກ້ວເລີຍ ຕາມດ້ວຍເຫຼົ້າຂາວໃຫ້ເຕັມຕຸກ ແລະ ນໍ້າເຜີ້ງປະມານ 1 ບ່ວງແກງ (ບໍ່ຄວນໃສ່ຫຼາຍເພາະຈະເຮັດໃຫ້ລົດຊາດອອກມາພ້ຽນ, ແສບຄໍ ເກີດອາການປວດຮາກໄດ້)

ແລ້ວກໍດອງໄວ້ປະມານ 45 ມື້ ເມື່ອຄົບກໍານົດແລ້ວກໍຈະມີກິ່່ນຫອມໂດຍບໍ່ມີກິ່ນເຫຼົ້າຂາວເລີຍ ຫຼັງຈາກນັ້ນສາມາດດື່ມກິນໄດ້ເລີຍ ສໍາລັບຜູ້ຍິງດື່ມ 1 ກືນ, ຜູ້ຊາຍດື່ມ 2 ກືນ ກ່ອນອາຫານເຊົ້າແລງ.