ໝາກເງາະ ເປັນໝາກໄມ້ທີ່ມີຄຸນຄ່າທາງໂພຊະນາການສູງ ມີວິຕາມິນ ມີໂປຼຕີນ

+ ລັກສະນະພືດສາດເປັນໄມ້ຢືນຕົ້ນ, ສູງປະມານ 10 ແມັດ. ກີ່ງງ່າເປືອກສີເທົາ, ເປັນເກັດ, ປຸ່ມຕາມກີ່ງງ່າ. ໃບປະສົມແບບຂົນນົກ, ປາຍຄິກ. ກ້ານໃບຍາວ 10-50 ຊັງຕິແມັດ. ໃບຍ່ອຍມີ 3-4 ຄູ່, ກ້ານໃບສັ້ນ, ແຜ່ນໃບຮູບຮີ ຫຼື ຮູບຂອບຂະໜານ, ເນື້ອໃບໜາຄ້າຍໜັງ, ກ້ຽງທັງສອງດ້ານ.

ເສັ້ນໃບ 7-8 ຄູ່, ສີນ້ຳຕານແດງເມື່ອເວລາຫຼົ່ນ, ເສັ້ນກ່າງກາງໃບຈະນູນ ແລະ ຊັດເຈນດ້ານລຸ່ມແຜ່ນໃບ, ຂອບໃບລຽບ, ປາຍໃບຮູບຕັດ ຫຼື ມົນ, ບາງຄັ້ງປາຍແຫຼມ. ຊໍ່ດອກແບບແຕກແໜງ, ມີຂົນສັ້ນໆກະຈາຍ. ກ້ານດອກສັ້ນ. ກາບດອກໜາຄ້າຍໜັງ, ແສກຮູບໄຂ່, ມີຂົນອ່ອນນຸ້ມ. ກີບດອກບໍ່ມີ. ເກສອນຜູ້ 3 ມມ. ໝາກສີແດງ ຮູບຮີ, ມີໜາມອ່ອນຍາວປະມານ 5 ຊັງຕີແມັດ, ເນື້ອໃນສີຂາວ. ແກ່ນຮູບຮີຍາວ, ມີເປືອກຫຸ້ມສີເທົາ.

+ ການນຳໃຊ້ໝາກເງາະ ເປັນໝາກໄມ້ທີ່ມີຄຸນຄ່າທາງໂພຊະນາການສູງໃນໝາກເງາະ 100 ກຣາມໃຫ້ພະລັງງານ 343 kJ (82 kcal), ຄາໂບຣໄຮເດຣດ 20.87 g, ໂປຣຕິນ 0.65 g, ວິຕາມີນ 22%, ເກືອແຮ່ຈານ 27%. ແຕ່ຄວນລະວັງແກ່ນຂອງໝາກເງາະ ມີທາດເບື່ອ, ຫ້າມຮັບປະທານເດັດຂາດ. ຂໍ້ມູນທາງດ້ານໂພຊະນາການ ຄຣິກທີ່ນີ້.
