ຂ່າວຕ່າງປະເທດ

ມີຫຼາຍປະເທດທົດລອງ ເຮັດວຽກ 4 ມື້ຕໍ່ອາທິດ

ມີຫຼາຍປະເທດກຽມທົດລອງ ໃຫ້ມີການເຮັດວຽກແຕ່ 4 ມື້ຕໍ່ອາທິດ ຄາດວ່າ ຈະເຮັດໃຫ້ວຽກງານອອກມາມີປະສິດທິພາບຫຼາຍກວ່າ ການເຮັດວຽກເຕັມ 5 ມື້ຕໍ່ອາທິດແບບເກົ່າ.

ໃນນີ້, ປະເທດສະເປນ ໄດ້ມີການເລີ່ມທົດລອງແລ້ວ ແລະບໍ່ມີການຫັກເງິນເດືອນ ເຊິ່ງຊ່ອຍໃຫ້ການເຮັດວຽກມີປະສິດທິພາບຂຶ້ນແທ້.ໃນປະເທດຍີ່ປຸ່ນ, ນິວຊີແລນ ແລະຟິນແລນ ຕ່າງກໍພາກັນກຳລັງສະໜັບສະໜູນການເຮັດວຽກແບບນີ້ ສະເພາະຟິນແລນໃຫ້ຫຼຸດເວລາການເຮັດວຽກລົງເຫຼືອມື້ລະ 6 ຊົ່ວໂມງ.

ສ່ວນບໍລິສັດ Microsoft Japan ໄດ້ທົດລອງຢຸດການເຮັດວຽກທຸກມື້ວັນສຸກ ເປັນເວລາ 1 ເດືອນ ປາກົດວ່າ ການເຮັດວຽກມີປະສິດທິພາບຫຼາຍຂຶ້ນເຖິງ 40%.

ລະບົບການເຮັດວຽກແບບນີ້, ອາດຈະສົ່ງຜົນດີກັບທຸກຝ່າຍ ທັງສຸຂະພາບ-ຄວາມສຸກຂອງພະນັກງານ, ລະບົບເສດຖະກິດ, ການທ່ອງທ່ຽວ ແລະສິ່ງແວດລ້ອມນຳດ້ວຍ.

ສື່ລາວ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button